ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ
ມອບເຄື່ອງອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ແກ່ກອງພົນທີ 5

     ໃນວັນທີ 15 ພຶສະພາ 2021 ນີ້, ຢູ່ທີ່ດ່ານສາກົນ ນາມຢາງ-ດັກຕະອອກ ຂອງແຂວງກວາງນາມ ສສ ຫວຽດນາມ ແລະ ແຂວງ ເຊກອງ ສສ ປປ ລາວ
ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນການແພດ ໃຫ້ແກ່ກອງພົນທີ 5, ກອງບັນຊາການທະຫານ ແຂວງສາລະວັນ, ໂຮງຮຽນນາຍສີບເລກ 2 ວຽງໄຊ ກອງ
ທັບປະຊາຊົນລາວ ຝ່າຍຫວຽດນາມ ນຳໂດຍສະຫາຍ ພົນຈັດຕະວາ ເຫືອງ ວັນ ເຕືອງ ຮອງຜູ້ບັນຊາການທະຫານເຂດ 5 ກອງທັບ ປະຊາຊົນ ຫວຽດນາມ
ພ້ອມຄະນະ, ກອງພົນທີ 5 ເຊີ່ງນຳໂດຍ ສະຫາຍພັນເອກ ອຸດອນ ພົມມະໄຊ ກຳມະການຄະນະພັກ ຫົວໜ້າຫ້ອງພະລາທິການ ກອງພົນທີ 5 ພ້ອມດ້ວຍພະ
ນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ເຫືອງ ວັນ ເຕືອງ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເປັນໄພຄຸກຄາມອັນຮ້າຍແຮງຕໍ່ບັນດາ
ປະເທດໃນໂລກ, ສະພາບການປີ່ນປົວ ປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ຫວຽດນາມ ເຊີ່ງມີການຕິດຕາມ ກວດກາ
ຢ່າງໃກ້ຊິດ ແລະ ເຂັ້ມງວດ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວບໍ່ໃຫ້ມີການແຜ່ລາມຂຶ້ນຕື່ມ ແລະ ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມື
ຄວາມສາມັກຄີຮັກແພງກັນ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງສອງຊາດ ສອງກອງທັບ ລາວ - ຫວຽດນາມ, ຫວຽດນາມ-ລາວ ໃຫ້ຍືນຍົງຕະຫຼອດໄປ
ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ຈຶ່ງໄດ້ນຳເອົາເຄື່ອງອຸປະກອນ ການແພດ ມາມອບໃຫ້ແກ່ກອງພົນທີ 5 ກອງທັບປະຊາຊົນ
ລາວເພື່ອນຳໃຊ້ເຂົ້າໃນການປ້ອງກັນ ຕ້ານ ແລະ ກັນ ການແຜ່ລະບາດ ຂອງເຊື້ອພະບາດໂຄວິດ-19 ໃນນີ້, ສະເພາະມອບໃຫ້ກອງພົນທີ 5 ລວມມີ: ຜ້າອັດ
ປາກ - ດັງ ຈຳນວນ 6.000 ອັນ , ຖົງມືຢາງການແພດ 3.000 ຄູ່ , ທາດເຄມີ HI-CLO 70 ຈຳານວນ 250 ກິໂລກຣາມ ,ຈັກພົ່ນຢາ PCD ຈຳນວນ
10 ເຄື່ອງ, ຊຸດປ້ອງກັນຂອງແພດ 500 ຊຸດ , ນໍ້ຢາຂ້າເຊື້ອພະຍາດລ້າງມື 1.200 ຂວດ.

     ສະຫາຍ ພັນເອກ ພູເວີນ ວົງຄຳາຊາວ ຫົວໜ້າການເມືອງໂຮງຮຽນນາຍສີບເລກ 2 ວຽງໄຊ ກໍໄດ້ຕາງໃຫ້ຄະນະຝ່າຍລາວ ສະແດງຄວາມຂອບໃຈ
ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືກັນ ລະຫວ່າງ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນ ຫວຽດນາມ ກັບກອງພົນທີ 5, ກອງບັນຊາ
ການທະຫານແຂວງສາລະວັນ, ໂຮງຮຽນກໍ່ສ້າງນາຍສີບເລກ 2 ວຽງໄຊ ແຂວງພາກໃຕ້ກອງທັບປະຊາຊົນລາວ ເຊີ່ງຍາມໃດ ກໍໃຫ້ການຮ່ວມມື ຊ່ວຍເຫຼືອ
ເຊີ່ງກັນ ແລະ ກັນຕະຫຼອດມາ ພ້ອມຍັງໄດ້ອວຍພອນ ໃຫ້ສາຍພົວພັນຮ່ວມມື ແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້
ໜັ້ນຄົງທະນົງແກ່ນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສອງຊາດ ໃຫ້ຍືນຍົງທະນົງແກ່ນຕະຫຼອດການລະນານ ພ້ອມທັງໃຫ້ຄຳາໜັ້ນ ສັນຍາວ່າຈະນໍາເອົາ
ເຄື່ອງອຸປະກອນດັ່ງກ່າວ ໄປມອບໃຫ້ພາກສວ່ນປະຕິບັດໜ້າທີ່ໃຫ້ເກີດຜົນປະໂຫຍດສູງສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/05/2021