ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີສັກຢາວັກຊີນປ້ອງກັນພະຍາດໂຄວິດ 19

     ວັນທີ 17 ພຶດສະພາ 2021ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດໄດ້ມີພິທີສັກຢາວັກຊີນປ້ອງກັນພະຍາດໂຄວິດ 19 ໃຫ້ພະນັກ
ງານ-ນັກຮົບຂອງຕົນໃນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍປະຕິບັດຕາມຄໍາສັ່ງຂອງຄະນະກວດກາການຄວບຄຸມການລະບາດຂັ້ນສູນກາງກໍ
ຄືຄະນະສະເພາະກິດຂອງ ກະຊວງປ້ອງກັນປະເທດເພື່ອສັກຢາວັກຊິນປ້ອງກັນພະຍາດໂຄວິດ - 19 ໃຫ້ແກ່ພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງ
ປ້ອງກັນປະເທດ, ການສັກຢາວັກຊິນປ້ອງກັນພະຍາດໂຄວິດ -19 ໃນຄັ້ງນີ້ແມ່ນເພື່ອເປັນການສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍທັງເປັນການປ້ອງກັນພະ
ຍາດໂຄວິດ -19 ອີກດ້ວຍ ສໍາລັບຂັ້ນຕອນ ກ່ອນສັກວັກຊີນປ້ອງກັນພະຍາດໂຄວິດ -19ນີ້ຜູ້ທີ່ຈະສັກວັກຊີນ ຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດ
ຕາມແບບຟອມສອບຖາມກ່ອນສັກວັກຊີນ ເປັນຕົ້ນແມ່ນ ຜ່ານການກວດສຸຂະພາບ ວັດແທກອຸນຫະພູມຮ່າງກາຍ, ຄວາມດັນ ພ້ອມທັງຕ້ອງເຫັນດີ ອະ
ນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ, ສຳລັບຜູ້ທີສັກວັກຊີນຕ້ອງມີສຸຂະພາບແຂງແຮງດີ, ບໍ່ມີພະຍາດປະຈຳຕົວ.

     ພາຍຫຼັງສັກຕ້ອງໃຫ້ນັ່ງພັກຜ່ອນ 30 ນາທີ ຫຼັງຈາກນັ້ນສືບຕໍ່ຕິດຕາມສຸຂະພາບຂອງຕົນເອງພາຍໃນ 1 ອາທິດ ຫ້າມດຶ່ມສິ່ງມຶນເມົາ ຫຼື ເຄື່ອງດອງ
ຕ່າງໆ ຖ້າມີອາການຜິດປົກກະຕິ ໃຫ້ຮີບລາຍງານ ແລະ ປຶກສາແພດໂດຍດ່ວນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/05/2021