ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜ່ານຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານ (ສະບັບປັບປຸງ)


     ກອງປະຊຸມຜ່ານຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2022 ນີ້, ໂດຍການເປັນປະ
ທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ,
ຫົວໜ້າຄະນະຊີ້ນຳປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸ
ຕິທຳ, ຫ້ອງວ່າການສຳນັກງານນາຍົກ, ຄະນະພັກ-ຄະນະບັນຊາອົງການໄອຍະການທະຫານຂັ້ນສູງ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

     ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານ
(ສະບັບປັບປຸງ) ໂດຍຫຍໍ້, ເຊິ່ງກົດໝາຍດັ່ງກ່າວປະກອບມີ 9 ພາກ, 9 ໝວດ, 67 ມາດຕາ ໃນນີ້, ປັບປຸງໃໝ່ມີ 43 ມາດຕາ, ຮັກສາໄວ້ 18 ມາດຕາ
ແລະ ຂຽນໃໝ່ 6 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານ ນັບ
ແຕ່ມາດຕາ 1 ຫາມາດຕາ 67 ເພື່ອພ້ອມກັນປັບປຸງບັນດາເນື້ອໃນ, ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງເຄື່ອນໄຫວຕິດ
ຕາມກວດກາຂອງອົງການໄອຍະການທະຫານ, ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການທະຫານໃຫ້ມີປະສິດທິພາບສູງ, ແນໃສ່ປົກປ້ອງ
ສິດຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ເຮັດໃຫ້ກອງ
ທັບ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີແບບແຜນທັນສະໄໝ, ເພີ່ມທະວີນິຕິກຳໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເອົາການຄຸ້ມ
ຄອງກອງທັບດ້ວຍກົດໝາຍປະກອບສ່ວນ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາຄັນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ
ຜູ້ແທນກອງປະຊຸມ ທີ່ໄດ້ພ້ອມກັນສຸມສະຕິປັນຍາປະກອບຄຳຄິດເຫັນໃສ່ບັນດາເນື້ອໃນຮ່າງກົດໝາຍສະບັບດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແລະ
ເຮັດໃຫ້ກອງປະຊຸມຄັ້ງນິີ້ສຳເລັດດ້ວຍໝາກຜົນອັນຈົບງາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/05/2022