ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ການເມືອງກອງທັບຢ້ຽມຢາມຫໍມູນເຊື້ອ
ກອງບັນຊາການທະຫານແຂວງຫຼວງພະບາງ


ພົນຕີ ທອງລອຍ ສີລິວົງ ຢ້ຽມຢາມແລະທ່ຽວຊົມຫໍມູນເຊື້ອກອງບັນຊາການທະຫານແຂວງຫຼວງພະບາງ

     ສະຫາຍ ພົນຕີ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ເຄື່ອນ
ໄຫວຢ້ຽມຢາມ ແລະ ທ່ຽວຊົມຫໍມູນເຊື້ອກອງບັນຊາການທະຫານແຂວງຫຼວງພະບາງ ແລະ ໄດ້ລົງໄປຢ້ຽມຢາມກອງພັນ 415 ທີ່ຂຶ້ນກັບທະຫານແຂວງ ຫຼວງພະບາງ ໂດຍ
ໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຫຼວງພະບາງ ພ້ອມດ້ວຍ
ຄະນະ.

     ໃນການເຂົ້າຢ້ຽມຊົມຫໍມູນເຊື້ອໃນຄັ້ງນີ້ແມ່ນເປັນການທ່ຽວຊົມມູນເຊື້ອຜົນງານ ແລະ ໄຊຊະນະທີ່ ນັກປະຕິວັດຮຸ່ນກ່ອນໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍານໍາ
ພາກອງທັບປະຊາຊົນລາວຍາດເອົາເອກະລາດ, ອໍານາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ ກໍຄືຜົນງານທີ່ນາຍ
ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງ ຫຼວງພະບາງ ຍາດມາໄດ້ໃນຕະຫຼອດໄລຍະ 70 ປີທີ່ຜ່ານມາ ເຊິ່ງໄດ້ມີຮູບພາບປະຫວັດສາດການເຄື່ອນໄຫວ ແລະຮູບ
ພາບຈໍາລອງຂອງບັ້ນຮົບປົດ ປ່ອຍນໍ້າບາກທີ່ສະທ້ອນໃຫ້ເຫັນເປັນແຕ່ລະໄລຍະ. ຈາກນັ້ນກໍໄດ້ລົງເຄື່ອນໄຫວຢ້ຽມຢາມກອງພັນ 415 ເຊິ່ງເປັນກົມກອງວັດທະນະທໍາ ໃນ
ນັ້ນແມ່ນໄດ້ລົງກວດກາເບິ່ງເຮືອນນອນ, ເຮືອນຄົວ, ເຮືອນກິນເຂົ້າ ແລະ ການປະຕິບັດ 7 ລະບອບ 18 ວຽກຂອງອ້າຍນ້ອງພະນັກງານ-ນັກຮົບກອງພັນ 415 ຕື່ມອີກ.