ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບມອບເຮືອກູ້ໄພ 2 ລຳໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ

     ພາຍຫຼັງເກີດມີຝົນຕົກໜັກ ຫຼາຍຊົ່ວໂມງ ຕິດຕໍ່ກັນ ໄດ້ເຮັດໃຫ້ແມ່ນ້ຳຮຸ່ງບວກກັບສາຍນ້ຳຕ່າງໆໄຫຼເຂົ້າຖ້ວມຫຼາຍບ້ານ ໃນຕົວເມືອງໄຊຍະບູລີໃນ
ຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ນີ້, ດັ່ງນັ້ນ, ກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ ຈິງໄດ້ແຕ່ງຕັ້ງໃຫ້ຄະນະທິມງານກູ້ໄພກົມສ້າງ
ແສງກົມໃຫຍ່ເສນາທິການກອງທັບນຳເອົາເຮືອກູ້ໄພຈຳນວນ 2 ລຳລົງມາຊ່ວຍເຫຼືອແຂວງໄຊຍະບູລີຢ່າງຮີບດ່ວນ, ພາຍຫຼັງສຳເລັດການປະຕິບັດໜ້າທີ່ເຮືອ
ຈຳນວນດັ່ງກ່າວ ກໍ່ໄດ້ມອບຕໍ່ໃຫ້ກອງບັນຊາການທະຫານແຂວງໄຊຍະບູລີເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ຕໍ່ໄປ, ເຮືອກູ້ໄພທີ່ມອບໃນຄັ້ງນີ້ ມີຈຳນວນ 2
ລຳຄື: ຍີ່ຫໍ້ YAMAHA ປະເພດເຮືອທອງແບນສີຂາວ 1 ລໍາ, ປະເພດເຮືອສູບລົມ 1 ລໍາ, ຫົວຈັກຈໍານວນ 2 ເຄື່ອງ, ເສື້ອຊູຊີບ 15 ຜືນ, ໄມ້ພາຍ 3 ໃບ,
ບັ້ງສູບລົມ 1 ເຄື່ອງ ແລະ ເຄື່ອງປະກອບຄົບສຸດ, ການມອບເຮືອກູ້ໄພໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ ໃນຄັ້ງນີ້ກໍ່ເພື່ອໃຫ້ປົກປັກຮັກສາ ແລະ
ນຳໃຊ້ເຂົ້າໃນການຊ່ວຍເຫຼືອກອບກູ້ໄພພິບັດໃນແຕ່ລະໄລຍະໃຫ້ທັນກັບສະພາບການ ແລະ ນຳໃຊ້ໃຫ້ໄດ້ຍາວນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/06/2021