
ກອງພົນທີ 2 ມອບເຄື່ອງຊ່ວຍເຫຼືອແຂວງໄຊຍະບູລີ

     ໃນວັນທີ 16 ມີຖຸນາ 2021ນີ້.   ກອງພົນທີ 2 ນໍາໂດຍ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ   ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະ
    ນະ ໄດ້ນໍາເອົາເຄື່ອງບໍລິໂພກຈຳນວນໜື່ງ   ໄປມອບຊ່ວຍເຫຼືອແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້.   ສະຫາຍ ພົນຈັດຕະວາ ວຽງ
  ແກ້ວ ສີສຸລາດ   ໄດ້ກ້າວສະແດງຄວາມເສຍໄຈ ຕໍ່ໄພທໍາມະຊາດທີ່ເກີດຂື້ນ ເຮັດໃຫ້ຊັບສີນ,   ເນື້ອທີ່ທໍາການຜະລິດຂອງປະຊາຊົນຖືກເສຍຫາຍ ແລະ   ສົ່ງຜົນ
  ກະທົບຢ່າງໜັກໜ່ວງຕໍ່ຊີວິດການກີນຢູ່ຂອງພໍ່ແມ່ປະຊາຊົນ.
     ສະນັ້ນເພື່ອນເປັນການບັນເທົາທຸກໃນເບື່ອງຕົ້ນໃຫ້ພໍ່ແມ່ປະຊາຊົນຜູ້ທີໄດ້ຮັບຜົນກະທົບໃນຄັ້ງນີ້.   ຄະນະພັກ-ຄະນະບັນຊາ ກອງພົນທີ 2 ຈື່ງໄດ້ນໍາເອົາ
    ເຄື່ອງບໍລິໂພກຈຳນວນໜື່ງ ເຊັ່ນ   ນ້ຳດື່ມ ແລະ  ໝີ່ສຳເລັດຮູບ. ລວມມູນຄ່າ 6.000.000 ກີບ.   ມາມອບໃຫ້ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ໍາ
  ຖ້ວມໃນຄັ້ງນີ້.     ໂອກາດນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ   ກໍ່ໄດ້ກ້າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງພົນທີ 2   ທີ
  ມີຄວາມເປັນຫ່ວງເປັນໃຍ ແລະ   ໄດ້ນໍາເອົາເຄື່ອງບໍລິໂພກມາຊ່ວຍເຫຼືອປະຊາຊົນ ທີໄດ້ຮັບຜົນກະທົບໃນຄັ້ງນີ້   ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາ
  ເຄື່ອງຈະນວນດັ່ງກ່າວ   ໄປມອບຕໍ່ໃຫ້ປະຊາຊົນທີໄດ້ຮັບຜົນກະທົບ ເພື່ອເປັນຂັວນກຳລັງໄຈ ແລະ   ບັນເທົາຄວາມທຸກໃນເບື້ອງຕົ້ນໃຫ້ແກ້ປະຊາຊົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 18/06/2021