ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບຫົວໜ້າການເມືອງກອງພົນທີ 5 ຜູ້ເກົ່າ ແລະ ຜູ້ໃໝ່

     ໃນວັນທີ 11 ມິຖຸນາ 2021 ນີ້, ຢູ່ກອງພົນທີ 5 ໄດ້ຈັດຕັ້ງພິທີມອບ-ຮັບ ຫົວໜ້າການເມືອງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນ.ໂດຍມີຄະນະພັກ-ຄະ
ນະນຳ ຈາກອົງການ, ກອງພັນໃຫ່ຍ 501, 502 ພ້ອມດ້ວຍພະແນກການ, ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດດັ່ງກ່າວ ສະຫາຍ ພັນໂທ ສຸກສະກອນ ສິນສະໜຸດ ຫົວໜ້າຫ້ອງການ ກອງພົນທີ5 ກໍ່ໄດ້ຂື້ນຜ່ານບົດມອບ-ຮັບ ເຊີ່ງໄດ້ຍົກໃຫ້ເຫັນບັນດາຂົງ
ເຂດວຽກງານ ການເມືອງ ໜ້າທີ່ຄວາມຮັບຜິດຊອບໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ກໍ່ຍັງໄດ້ມີຄຳເຫັນ ພ້ອມທັງສະ
ແດງຄວາມ ຂອບໃຈຕໍ່ຄະນະນຳ ຂັ້ນເທີງທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ເຮັດໃຫ້ຂົງເຂດວຽກງານທີ່ໄດ້ຮັບການມອບໜາຍ ສຳເລັດໄປດ້ວຍດີ.

     ຈາກນັ້ນ ສະຫາຍກໍ່ຍັງໄດ້ ສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະບັນຊາ ບັນດາສະຫາຍຄະນະນຳກອງພົນທີ 5 ທີ່ພ້ອມກັນເອົາໃຈໃສ່ ຈັດຕັ້ງປະ
ຕິບັດ ໜ້າທີ່ວຽກງານທີ່ວາງອອກຢ່າງເຂັ້ມງວດ ເຮັດໃຫ້ວຽກງານມີຜົນສຳເລັດສູງ. ໂອກາດດັ່ງກ່າວກໍ່ຍັງໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງ ຫົວໜ້າ
ການເມືອງຜູ້ເກົ່າ ແລະ ຫົວໜ້າການເມືອງຜູ້ໃໝ່ ຈາກນັ້ນສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງຜູ້ໃໝ່ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ສະຫາຍຫົວໜ້າການເມືອງຜູ້ເກົ່າ ທີ່ໄດ້ນໍາພາເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງ ຂັ້ນເທີງມອບໜາຍໃຫ້ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະສືບ
ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ປັບປຸງກໍ່ສ້າງບັນດາກົມກອງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຮັດສຳເລັດທີ່
ທີ່ການຈັດຕັ້ງຂັ້ນເທີງມອບໜາຍໃຫ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/06/2021