ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຫຼົ່າຮົບຊ່າງແສງປັບປຸງກົງຈັກການຈັດຕັ້ງ

     ໃນວັນ 16 ກໍລະກົດ 2018 ນີ້, ຢູ່ທີ່ສະໂມສອນກອງຮ້ອຍ 58 ເຫຼົ່າຮົບຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ
ຂັ້ນຄະນະພັກ-ຄະນະບັນຊາ ແລະ ພະແນກການທີ່ກ່ຽວຂ້ອງຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະ
ຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຮອງກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມ
ກອງ ເຫຼົ່າຮົບຊ່າງແສງ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເຂົ້າຮ່ວມ.


ທ່ານ ພົນຕີ ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມເຫຼົ່າຮົບຊ່າງແສງປັບປຸງກົງຈັກການຈັດຕັ້ງ

     ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ແຕ່ງຕັ້ງ ພັນໂທ ຄຳພີ ຄຸດພິ
ລາວັນ ເປັນຫົວໜ້າການທະຫານ ກອງຮ້ອຍ 51 ຊ່າງແສງ, ແຕ່ງຕັ້ງ ພັນໂທ ວັນເຖິງ ແສນຈົງຮັກ ເປັນຫົວໜ້າການເມືອງ ໂຮງຮຽນຊ່າງແສງ, ແຕ່ງຕັ້ງ ພັນ
ໂທ ບຸນທຽມ ວົງຫາຈັກ ເປັນຫົວໜ້າການເມືອງກອງພັນ 588, ພັນໂທ ຂວັນທອງ ຄູນມີໄຊຍະ ເປັນຫົວໜ້າການທະຫານກອງພັນ 588, ພັນໂທ ສູນ
ທອນ ເທວາ ເປັນຮອງຫົວໜ້າການທະຫານກອງພັນ 579, ພັນໂທ ບົວພັນ ວົງ ພົມເພັດ ເປັນຮອງຮັບຜິດຊອບວຽກງານເຕັກນິກ, ແຕ່ງຕັ້ງ ພັນໂທ ຄຳ
ສຸກ ງ່າວິນາມ ເປັນຫົວໜ້າການທະຫານກອງພັນ 511, ພັນໂທ ແກ້ວມະນີ ເພັງບຸນເຮືອງ ເປັນຮອງຫົວໜ້າການທະຫານ, ພັນຕີ ສົມແພງ ອິນທະສອນ
ເປັນຮອງຮັບຜິດຊອບວຽກງານເຕັກນິກ, ແຕ່ງຕັ້ງ ພັນໂທ ວິຄອນ ໄຊຍະວົງ ເປັນຮອງຫົວໜ້າພະແນກ ຂົວ-ທາງ, ພັນຕີ ໄຊຊະນະ ມະນີວັນ ເປັນຮອງພະ
ແນກຄົ້ນຄວ້າ-ສັງລວມ, ພັນຕີ ຄຳເກັ່ງ ອິນທິປັນຍາ ເປັນຮອງພະແນກເດີ່ນບິນກົມຊ່າງແສງ, ແລະ ແຕ່ງຕັ້ງ ພັນຕີ ທີ ສີສຸທຳ ເປັນຮອງຫົວໜ້າການເມືອງ
ກອງພັນ 587 ຊ່າງແສງ.

     ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້
ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ອັນໜັກໜ່ວງຂອງຕົນ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ
ມີທັດສະນະຫຼັກໝັ້ນ, ຊື່ສັດບໍລິສຸດ ແລະ ສືບຕໍ່ເອົາໃຈໃສ່ຍົກສູງບົດບາດຄວາມຮັບຜິດຊອບ, ຄວາມສາມັກຄີພົວພັນໃຫ້ໜັກແໜ້ນ, ປັບປຸງແບບແຜນ
ວິທີເຮັດວຽກ, ບົນພື້ນຖານຍືດຖືຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ເປັນເຈົ້າການຊີ້ນຳ-ນຳພາ
ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ, ນັກຮົບໃນກົມມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງເລິກເຊິ່ງ, ຮູ້ຈຳແນກໄດ້ມິດສັດຕູ
ເພີ່ມທະວີການນຳພາຂອງພັກເຂົ້າໃນການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງເປັນກ້າວໆ.