ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປະກາດການຈັດຕັ້ງຫຼາຍຕຳແໜ່ງ

     ຄະນະພັກ-ຄະນະອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຂັ້ນກົມ, ຮອງກົມ, ຂັ້ນຄະນະວິ
ຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຂັ້ນພະແນກການທົ່ວວິທະຍາຄານຂອງຕົນໃນວັນທີ 15 ສິງຫານີ້, ໃຫ້ກຽດເປັນປະທານໂດຍແມ່ນ ທ່ານ ພົນຈັດຕະ
ວາ ຄຳຫລ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ເຊິ່ງມີຄະນະພັກ-ຄະນະບັນຊາຈາກ 11 ຫົວໜ່ວຍຂຶ້ນ
ກັບ, ພ້ອມດ້ວຍພະນັກງານທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.


ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມປະກາດການຈັດຕັ້ງຫຼາຍຕຳແໜ່ງຢູ່ ວປກ

     ພັນໂທ ບຸນຊົມ ໄຊຍະວົງ ຮອງຫົວໜ້າກົມການເມືອງ ວປກ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ,
ຮອງກົມ, ຫົວໜ້າຄະນະວິຊາຄູ, ຮອງຄະນະ, ຫົວໜ້າພະແນກ, ຮອງພະແນກທີ່ຂຶ້ນກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍອີງຕາມກົດ
ໝາຍວ່າດ້ວຍນາຍທະຫານຂອງກອງທັບປະຊາຊົນລາວ, ອີງຕາມທິດທາງກ່ຽວກັບການປັງປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາ
ວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ອີງຕາມການສະເໜີຂອງຄະນະພັກວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງໄດ້ຕົກລົງແຕ່ງຕັ້ງ ພັນໂທ ຕຸ້ຍ ທຳມະທອງ ເປັນຫົວໜ້າຄະນະຮັບຜິດຊອບນັກສຶກສາພາສາຕ່າງປະເທດ,ພັນ
ໂທ ປອ ໂພນທອງ ພັນຈະເລີນພົນ ເປັນຮອງກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ພັນໂທ ປອ ສຸວັນທອງ ບຸນເລີດ ເປັນຫົວໜ້າຄະນະວິຊາ
ຄູຍຸດທະບັ້ນຮົບ, ພັນໂທ ປອ ຄຳສອນ ແກ້ວບຸນປັນ ເປັນຮອງຄະນະວິຊາຄູຍຸດທະບັ້ນຮົບ, ພັນໂທ ປອ ສີພອນ ພົງສະຫວັດ ເປັນຫົວໜ້າຄະນະວິຊາຄູຍຸດ
ທະວິທີ, ພັນໂທ ຄຳໝານ ໄຊຍະບຸດ ເປັນຮອງຄະນະວິຊາຄູຍຸດທະວິທີ, ພັນໂທ ລະຄອນຄຳ ທຳມະສິດ ເປັນຫົວໜ້າຄະນະວິຊາຄູປ້ອງກັນອາກາດ, ພັນໂທ
ແຫວນເພັດ ອີນຊີນາ ເປັນຫົວໜ້າຄະນະວິຊາຄູເຄມີ-ຊ່າງແສງ, ພັນໂທ ສະຫວຽງ ພົມມາວົງ ເປັນຫົວໜ້າພະແນກບໍລິຫານ ກົມພະລາ-ເຕັກນິກ, ພັນຕີ
ນາງ ດາວີ ກຽດທອງທີນ ເປັນຮອງພະແນກບໍລິຫານກົມພະລາ-ເຕັກນິກ, ພັນໂທ ກັນຍາ ໄຊວັງເມືອງ ເປັນຫົວໜ້າພະແນກຜະລິດ ກົມພະລາ-ເຕັກນິກ,
ພັນຕີ ພຸດສະໝອນ ສີຫາວາດ ເປັນຮອງພະແນກດັ່ງກ່າວ, ພັນໂທ ບຸນທອນ ສີນະຄອນ ເປັນຫົວໜ້າພະແນກການພິມ ກົມອົບຮົມ-ກໍ່ສ້າງ, ພັນຕີ ພອນປະ
ເສີດ ນັນທະວົງ ເປັນຫົວໜ້າພະແນກເຕັກນິກຄອມພີວເຕີ ກົມອົບຮົມ-ກໍ່ສ້າງ ແລະ ພັນຕີ ແຄນແກ້ວ ລໍວັນເຮືອງ ເປັນຮອງພະແນກດັ່ງກ່າວ.

     ໂອກາດນີ້, ທ່ານ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນຕໍ່ຜູ້ໄດ້ຮັບໜ້າທີ່ຕຳແໜ່ງໃໝ່ໃນຄັ້ງນີ້ໄດ້ຮັບຮູ້ເຖິງ
ເຫດຜົນຂອງການບັນຈຸສັບຊ້ອນ, ພ້ອມກັນເອົາໃຈໃສ່ໃນການຄົ້ນຄິດ ແລະ ການຈັດຕັ້ງປະຕິບັດໜ້າທີ່ໆໄດ້ຮັບມອບໝາຍ, ມີແບບແຜນເຮັດວຽກທີ່ມີວິ
ທະຍາສາດ, ເອົາໃຈໃສ່ຮັກສາບົດບາດ, ກຽດສັກສີຂອງຕົນບົນພື້ນຖານຮັກສາໃຫ້ໄດ້ທັດສະນະ, ຈຸດຢືນ ແລະ ຫຼັກໝັ້ນການເມືອງທີ່ໜັກແໜ້ນ, ສືບຕໍ່
ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນພະນັກງານການນຳ, ພະນັກງານວິຊາການທີ່ມີຄຸນນະພາບ, ເປັນແບບຢ່າງນຳໜ້າທີ່ດີຕໍ່ແຕ່ລະຂະບວນ
ການວຽກງານພ້ອມກັບໝູ່ຄະນະນຳພາ, ປັບປຸງກໍ່ສ້າງກົມກອງຂະແໜງວຽກງານຂອງຕົນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ສ້າງໃຫ້ມີປັດໄຈໃໝ່ ແລະ ຜົນ
ງານໃໝ່ໃຫຍ່ຫຼວງກວ່າເກົ່າ, ປະຕິບັດຫຼັກການນຳພາ-ບັນຊາໃຫ້ສອດຄ່ອງຕາມຫຼັກການນຳພາຂອງພັກ, ເປັນຕົ້ນແມ່ນຫຼັກການລວມສູນປະຊາທິປະໄຕໃຫ້
ເລິກເຊິ່ງເຖິງຖອງ.