ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະພັກ-ຄະນະບັນຊາ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ


ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ຢູ່ກອງບັນ ຊາການທະຫານ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ
ຄະນະປະຈຳພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ

     ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ຢູ່ກອງບັນ ຊາການທະຫານ ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 16 ສິງຫາ 2021 ນີ້, ໂດຍການເປັນ
ປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈຳພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ
ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເຈົ້າແຂວງໆ ບໍ່ແກ້ວ, ປະທານກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະປະຈຳພັກ
ແຂວງ, ຄະນະປະຈໍາພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ ອົງການ, ກົມກອງທີ່ຂຶ້ນກັບ ແລະ ພະນັກງານ ຫຼັກແຫຼ່ງທົ່ວທະຫານແຂວງເຂົ້າຮ່ວມ.

     ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າ ຄະນະຈັດຕັ້ງແຂວງ ບໍ່ແກ້ວ ໄດ້ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍ
ການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະພັກກອງບັນຊາການທະຫານແຂວງ ບໍ່ແກ້ວ ຈຳນວນ 3 ສະຫາຍ, ໃນນັ້ນມີ: ສະຫາຍ ພັນໂທ ເຄນ ແກ້ວດາລາ, ສະ
ຫາຍ ພັນໂທ ຄຳໄພ ທິບບົວວັນ, ສະຫາຍ ພັນໂທ ຄຳຝຸງ ໄຍປະສິດ. ຈາກນັ້ນ ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມ
ໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດ ໃຫ້ ສະຫາຍ ພັນໂທ ໂສວັນ ພັນທັນນີ ຮັກສາການຫົວ
ໜ້າຫ້ອງ ເສນາທິການທະຫານແຂວງ ບໍ່ແກ້ວ ພັກການກຽມຮັບບໍານານ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຕຳແໜງ
ງານ ໃຫ້ນາຍທະຫານ ຢູ່ກອງບັນຊາການ ທະຫານແຂວງ ບໍ່ແກ້ວຄື: ສະຫາຍ ພັນໂທ ບຸນຈັນ ສີທະບູນ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າ
ຫ້ອງເສນາທິການ ທະຫານແຂວງ, ສະຫາຍ ພັນໂທ ຊອງແກ້ວ ສົມມະສັກ, ສະຫາຍ ພັນໂທ ຈັນເພັງ ໄມທະວົງ ເປັນຮອງຫົວໜ້າຫ້ອງເສນາທິການ, ສະ
ຫາຍ ພັນໂທ ຈັນແກ້ວ ຍົດສົມສັກ ເປັນ ຫົວໜ້າການທະຫານ ກອງບັນຊາການ ທະຫານເມືອງຫ້ວຍຊາຍ, ສະຫາຍ ພັນໂທ ພອນໄຊ ກົງປາລີ ເປັນຮອງ
ຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ ກອງບັນຊາການທະຫານ ເມືອງຫ້ວຍຊາຍ, ສະຫາຍ ພັນໂທ ບຸນສີ ທະນົງສັກ ເປັນຮອງຫົວໜ້າ
ການທະຫານ ທັງເປັນຫົວໜ້າພະແນກເສນາທິການ ກອງບັນຊາການທະຫານ ເມືອງຫ້ວຍຊາຍ, ສະຫາຍ ພັນໂທ ສູນທອນ ວັນທອງ ເປັນຫົວໜ້າການ
ເມືອງ ກອງບັນຊາການທະຫານ ເມືອງຕົ້ນເຜິ້ງ, ສະຫາຍ ພັນຕີ ຄຳສຸກ ຫຼ້າອີນແກ້ວ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ ເມືອງຕົ້ນເຜິ້ງ,
ສະຫາຍ ພັນຕີ ສຳນຽງ ບຸນລາສີ ເປັນຮອງຫົວ ໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ ກອງບັນຊາການທະຫານ ເມືອງຕົ້ນເຜີ້ງ.

     ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ຮອດ ອາຍຸກະສຽນພັກການກຽມຮັບບໍານານ ທີ່ໄດ້ສຸມສະ
ຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບ
ຜິດຊອບການເມືອງຂອງຕົນ ຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີ ພາຍໃນ ໃຫ້ໜັກແໜ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ
ໃຫ້ສອດຄ່ອງ, ບົນພື້ນຖານ ປະຕິບັດຫຼັກການລວມສູນ ປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໂດຍສະ
ເພາະ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມສາມາດໃນການນໍາພາ-ບັນຊາ, ເພື່ອພ້ອມກັນຈັດຕັ້ງປະຕິບັດຂົງເຂດວຽກງານປິ່ນ
ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ໃຫ້ປາກົດ
ຜົນເປັນຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/08/2021