ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມພົບປະຄັ້ງປະຖົມມະລຶກຢູ່ເຂດຊາຍແດນ
ລະຫວ່າງຄະນະຜູ້ແທນຂັ້ນສູງກອງທັບ ສປປ ລາວ ແລະ ສປ ຈີນ

     ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ນຳພາ
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະຄັ້ງປະຖົມມະລຶກ ຢູ່ ເຂດຊາຍແດນ ລະ
ຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງຈັດຂຶ້ນຢູ່ແຂວງຢຸນນານ ສປ ຈີນ ໃນລະຫວ່າງວັນທີ 15-16 ກັນຍານີ້, ໂດຍໄດ້
ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກ ສະຫາຍ ພົນເອກ ສາງ ວ້ານ ສວນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ
ຈີນ ພ້ອມຄະນະ.


ສອງກອງທັບ ລາວ-ຈີນ ພົບປະຄັ້ງປະຖົມມະລຶກເຂດຊາຍແດນຢູ່ເມືອງຫຼາແຂວງຢຸນນານສປຈີນ

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ສາງ ວ້ານ ສວນ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ສປປ ລາວ ເຊິ່ງແມ່ນເພື່ອນໃກ້ຄຽງ
ທີ່ດີ ແລະ ເປັນເພື່ອນມິດສະຫາຍທີ່ດີຂອງ ສປ ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນ, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ແລະ ມິດຕະພາບ
ການຮ່ວມມືລະຫວ່າງສອງກອງທັບ ຈີນ-ລາວ, ລາວ-ຈີນ ແມ່ນໄດ້ຮັບການເພີ່ມທະວີຂຶ້ນເລື້ອຍໆ ຝ່າຍຈີນໄດ້ເອົາໃຈໃສ່ຂະຫຍາຍສາຍພົວພັນການຮ່ວມ
ມື, ມິດຕະພາບລະຫວ່າງສອງປະເທດ ແລະ ສອງກອງທັບ ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະ ຄວາມປາຖະໜາຮ່ວມກັນຂອງປະຊາຊົນ
ສອງຊາດເທົ່ານັ້ນ ຫາກຍັງມີຜົນດີຕໍ່ການຊຸກຍູ້ຄວາມສະຫງົບສຸກ ແລະ ການພັດທະນາໃນພາກພື້ນອີກດ້ວຍ.

     ໃນກອງປະຊຸມພົບປະຄັ້ງປະຖົມມະລຶກຢູ່ເຂດຊາຍແດນ ລະຫວ່າງກອງທັບ ລາວ-ຈີນ ຄັ້ງນີ້ ສອງຝ່າຍ ໄດ້ຕີລາຄາສູງການພົບປະເຮັດວຽກຢູ່ຊາຍແດນ
ຂອງສອງຄະນະຜູ້ແທນການທະຫານຂັ້ນສູງ ລາວ-ຈີນ ແມ່ນໄດ້ຮັບຜົນສໍາເລັດຢ່າງຈົບງາມ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີມິດຕະພາບລະຫວ່າງ
ສອງກອງທັບ ແລະ ເປັນການປະກອບສ່ວນໃນການສ້າງສັນຕິພາບ, ໄມຕີຈິດ, ຄວາມໝັ້ນຄົງຍາວນານ ແລະ ການພັດທະນາຮຸ່ງເຮືອງຂອງຊາຍແດນ ລາວ
ຈີນ, ສອງຝ່າຍເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງຢ່າງເປັນປະຈຳ, ສ້າງກົນໄກການຮ່ວມມືຮອບດ້ານ, ຮ່ວມມືປະຕິບັດຕົວຈິງເຂົ້າສູ່
ລວງເລິກ, ເພີ່ມທະວີປະສານງານກັບຫຼາຍຝ່າຍ, ສືບຕໍ່ດຳເນີນການພົວພັນດ້ານວຽກງານປ້ອງກັນຊາຍແດນ, ສ້າງກົນໄກການແລກປ່ຽນໃຫ້ສົມບູນແບບ
ມີເນື້ອໃນການຮ່ວມມືທີ່ຫຼາກຫຼາຍ, ກຳນົດວັນເວລາການຈັດຕັ້ງລາດຕະເວນຮ່ວມ, ດຳເນີນການປ້ອງກັນການກໍ່ການຮ້າຍຮ່ວມກັນ ແລະ ອື່ນໆ ທີ່ສຳຄັນ
ເພື່ອພ້ອມກັນຮັກສາໄດ້ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ຊາຍແດນສອງປະເທດ. ຝ່າຍຈີນຈະສືບຕໍ່ໃຫ້ການສະໜັບສະໜູນການກໍ່ສ້າງພັດທະນາກອງທັບ
ປະຊາຊົນລາວ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອກອງທັບລາວຕາມຄວາມສາມາດຕົວຈິງ.

     ໂອກາດດຽວກັນ, ຄະນະຜູ້ແທນການທະຫານຂັ້ນສູງ ສປປ ລາວ ແລະ ຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ຍັງໄດ້ຮ່ວມກັນລົງເຄື່ອນໄຫວ
ຢ້ຽມຢາມກອງຮ້ອຍທະຫານຊາຍແດນເຊິ່ງກັນ ແລະ ກັນຕາມເຂດຊາຍແດນເມືອງນ້ຳທາ ສປປ ລາວ ແລະ ເມືອງຫລາ ສປ ຈີນ ເພື່ອຮັບປະກັນຄວາມສະ
ຫງົບສຸກຂອງປະຊາຊົນສອງຊາດຕາມເຂດຊາຍແດນ, ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ແລະ ວາງພວງມາລາຢູ່ສຸສານນັກຮົບປະຕິ ວັດ ສປ ຈີນ ທີ່ເສຍ
ສະຫຼະຊີວິດຢູ່ດິນແດນລາວ ທີ່ເມືອງນາຫມໍ້ ແຂວງອຸດົມໄຊ ເຊິ່ງເປັນສັນຍາລັກແຫ່ງການຮ່ວມມືທີ່ດີງາມຂອງສອງກອງທັບ ລາວ-ຈີນ. ພ້ອມກັນນັ້ນ ຄະ
ນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ແລະ ຄະນະຜູ້ແທນການທະຫານຂັ້ນສູງ ສປປ ລາວ ຍັງໄດ້ນຳເອົາອຸປະກອນຮັບໃຊ້ການຮຽນ-ການສອນຈຳນວນ
ໜຶ່ງມອບໃຫ້ໂຮງຮຽນປະຖົມສົມບູນຕາມເຂດຊາຍແດນເມືອງນ້ຳທາ ສປປ ລາວ ແລະ ເມືອງຫລາ ສປ ຈີນ ອີກດ້ວຍ.