ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວ​ການ​ນຳມອບ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ໃຫ້​ກົມ​ໃຫຍ່​ພະລາທິການ​ກອງທັບ


     ວັນທີ 12 ກັນຍາຜ່ານມາ ນີ້, ສະຫາຍ ພັນໂທ ນາງ ຄຳສອນ ຈັນຍາລາດ ພັນລະຍາ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາພັນລະຍາຄອບຄົວການນຳກົມໃຫຍ່ພະລາທິການ ກອງທັບ ແລະ ບໍລິສັດ ສຸຂະວົງ ຈຳກັດ ໄດ້ນຳ
ເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງລວມ ມູນຄ່າ 177 ລ້ານກວ່າກີບ ແລະ ເງິນສົດຈຳນວນ 30 ລ້ານກີບ ມາມອບໃຫ້ແກ່ກົມໃຫຍ່ພະລາ ທິການກອງທັບ. ເພື່ອ
ນຳໄປມອບຕໍ່ໃຫ້ແກ່ພະນັກງານ-ນັກຮົບທີ່ພວມກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດທຸລະກັນດານຫ່າງໄກ. ເຊິ່ງໃຫ້ກຽດກ່າວມອບ
ໂດຍ ສະຫາຍ ພັນໂທ ນາງ ຄຳສອນ ຈັນຍາລາດ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າ
ໃຫ້ກົມໃຫຍ່ພະລາທິ ການກອງທັບກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ, ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງບັນດາຄອບຄົວການນຳກະຊວງ
ປ້ອງກັນປະເທດ ແລະ ພາກສ່ວນ ບໍລິສັດ ທີ່ ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຊາດ ແລະ ໃຫ້ການຊຸກຍູ້ຊ່ວຍເຫຼືອຄັ້ງນີ້, ອັນເປັນການປະກອບສ່ວນສ້າງຂວັນ
ແລະ ກຳລັງໃຈໃຫ້ພະນັກງານ-ນັກຮົບເຮັດສຳເລັດໜ້າທີ່ອັນມີກຽດ ຂອງຊາດ, ຂອງພັກ, ຂອງກອງທັບ ກໍຄືປະຊາຊົນມອບໝາຍໃຫ້ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າຈະ ນຳ
ເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ອ້າຍນ້ອງທະຫານຢ່າງທົ່ວເຖິງ.