ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານ-ນັກຮົບທະຫານແຂວງຊຽງຂວາງ


     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມ
ພະນັກງານ-ນັກຮົບ ຢູ່ກອງບັນຊາການ ທະຫານແຂວງຊຽງຂວາງ ໃນວັນທີ 16 ກັນຍາ 2020 ນີ້.

     ສະຫາຍພັນເອກ ບຸນຊູ ໄຊລາສີ ກໍາມະການຄະນະປະຈຳພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ລາຍງານສະ
ພາບຈຸດພິເສດຂອງກອງບັນຊາການ ທະຫານແຂວງ ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄລຍະຜ່ານມາ ເຊິ່ງ
ຍາມໃດຄະນະພັກ-ຄະນະບັນຊາ ກໍຖື ວຽກງານສຶກສາອົບຮົມການເມືອງ-ນຳພາ ແນວຄິດເປັນຫຼັກ ສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງ
ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດ, ວຽກງານການທະຫານ, ແຜນງານປ້ອງກັນການກຽມພ້ອມສູ້ຮົບ, ການປ້ອງກັນໄພພິບັດ, ວຽກງານອົບ
ຮົມຫັດແອບ, ວຽກງານກຳລັງພົນ, ວຽກງານພະລາທິການ-ເຕັກນິກ ພ້ອມນັ້ນ ຍັງໄດ້ຈັດຕັ້ງເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ,
ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ ມີຄວາມປອດໄພໂດຍພື້ນຖານ.

     ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ຕໍ່ການຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ
ການເມືອງພັດທະນາຊົນນະບົດ ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ ເອົາໃຈໃສ່ຊີ້ນຳວຽກງານ ອົບຮົມ-ຫັດແອບ
ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ເຮັດວຽກເປັນໝູ່ຄະນະ ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ ປະຕິບັດຕາມ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ເຮັດໃຫ້ທ້ອງຖິ່ນ ຂອງຕົນມີຄວາມສະຫງົບ, ຕິດພັນກັບວຽກງານ 3 ສ້າງບົນພື້ນ
ຖານ ເພື່ອສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ. ໄປຄຽງ
ຄູ່ກັນນັ້ນ, ກໍຕ້ອງປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍອີງໃສເງື່ອນໄຂທ່າແຮງບົ່ມຊ້ອນ ຂອງກົມກອງ ໃນ
ການຫັນກອງທັບປະຕິວັດ ໃຫ້ມີແບບແຜນທັນສະໄໝ.