ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມວຽກງານໂຄສະນາປາຖະກະຖາໄລຍະສັ້ນທົ່ວກອງທັບ ຄັ້ງທີ I ເຂດພາກເໜືອ

     ວັນທີ 16 ຕຸລາ 2017 ນີ້, ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ໄດ້ລົງເປີດຊຸດອົບຮົມໄລຍະສັ້ນວຽກງານໂຄສະນາປາຖະກະຖາທົ່ວ
ກອງທັບ ຄັ້ງທີ I ເຂດພາກເໜືອ ທີ່ກອງບັນຊາການທະຫານ ແຂວງຫົວພັນເປັນເຈົ້າພາບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສອນທອງ
ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ເພີດ ມາປັນຍາ ກຳມະການຄະນະປະຈຳພັກ
ແຂວງ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງຫົວພັນ, ມີບັນດາທ່ານຄະນະຮັບຜິດຊອບຊຸດອົບຮົມ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ
ແຂວງຫົວພັນ ຕະຫຼອດຮອດສຳມະນາກອນມາຈາກ 16 ກົມກອງເຂົ້າຮ່ວມ.


ພົນຕີ ສອນທອງ ພົມລາວົງ ເປັນປະທານເປີດຊຸດອົບຮົມວຽກງານໂຄສະນາປາຖະກະຖາທົ່ວກອງທັບຄັ້ງທີ I ເຂດພາກເໜືອ

     ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານແຜນການອົບຮົມວ່າຊຸດອົບຮົມຈະໄດ້ດຳ
ເນີນໄປເປັນເວລາ 10 ວັນ ແລະ ຈະໄດ້ຄົ້ນຄວ້າເຊື່ອມຊຶມເອກະສານພື້ນຖານວຽກງານໂຄສະນາ, ການກະກຽມ ແລະ ສະເໜີບົດປາຖະກະຖາ, ບັນຫາພື້ນ
ຖານການໂຄສະນາດ້ວຍປາກ, ຄຸນລັກສະນະ ແລະ ສິລະປະໃນການປາຖະກະຖາ, ການຈັດຕັ້ງເຄື່ອນໄຫວຂອງນັກປາຖະກະຖາໂຄສະນາຢູ່ຂັ້ນຮາກຖານ ແລະ
ເອກະສານວຽກງານໂຄສະນາປາຖະກະຖາຢູ່ໃນກອງທັບປະຊາຊົນລາວ, ໂດຍຈະໄດ້ຄົ້ນຄວ້າເຊື່ອມຊຶມທັງພາກທິດສະດີຫຼັກການ ແລະ ລົງພາກປະຕິບັດໄປ
ພ້ອມໆກັນ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ວຽກງານໂຄສະນາປາຖະກະຖາທົ່ວກອງທັບໃຫ້ມີປະສິດທິຜົນສູງ.

     ໃນໂອກາດນີ້ ທ່ານ ພົນຕີ ສອນທອງ ພົມລາວົງ ໄດ້ໃຫ້ການໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ບັນດານັກສຳມະນາກອນຈົ່ງຍົກສູງຄວາມເປັນແບບຢ່າງນຳ
ໜ້າໃນຊຸດອົບຮົມໃຫ້ໄດ້ຮັບຜົນສູງ, ກຳແໜ້ນບັນດາເນື້ອໃນຫຼັກການເອກະສານຕ່າງໆເພື່ອນຳໄປຈັດຕັ້ງປະຕິບັດຢູ່ພາຍໃນກົມກອງຂອງຕົນໃຫ້ມີປະສິດທິ
ຜົນ ແລະ ມີສີສັນ ໃໝ່ໃນກົມກອງທ້ອງຖິ່ນ ພ້ອມທັງກ່າວເປີດຊຸດອົບຮົມຂຶ້ນຢ່າງເປັນທາງການ.