ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດສະຕາໂທລະຄົມສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຄົບຮອບ 10 ປີ


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດສະຕາໂທລະຄົມ (ຢູນີເທວ) ຄົບຮອບ 10 ປີ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດສະຕາໂທລະຄົມ (ຢູນີເທວ) ຄົບຮອບ 10 ປີ (2008-2018) ແລະ ຄົບຮອບ 9 ປີ ວັນປະກາດການນໍາໃຊ້ເຄື່ອງໝາຍການ
ຄ້າຢູນີເທວ (16/10/2009-16/10/2018) ຈັດຂຶ້ນໃນຕອນແລງວັນທີ 16 ຕຸລາ 2018, ທີ່ໂຮງແຮມເມືອງແທັງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ,
ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ກາວ ແອງເຊິນ ຜູ້ອຳນວຍ ການໃຫຍ່ບໍລິສັດສະຕາ
ໂທລະຄົມ, ທ່ານ ອຸລາຫາ ທອງວັນທາ ປະທານສະພາບໍລິຫານບໍລິສັດສະຕາໂທລະຄົມ, ມີບັນດາຫົວໜ້າສູນ, ຫົວໜ້າຂະແໜງການ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ໃນພິທີ, ທາ່ນ ກາວ ແອງເຊນິ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ໄດ້ກ່າວບາງຕອນກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດຕະຫຼອດໄລຍະ 10 ປີ
ແຫ່ງການສ້າງຕັ້ງ ແລະ 9 ປີ ແຫ່ງການເປີດໂຕເຄື່ອງໝາຍການຄ້າຢ່າງເປັນທາງການ ບໍລິສັດສະຕາໂທລະຄົມໄດ້ມີການຂະຫຍາຍລະບົບເຄືອຂ່າຍທີ່ໃຫຍ່ ແລະ ໝັ້ນຄົງທີ່
ສຸດດ້ວຍຈໍານວນສູນສະຖານີ 6.500 ສູນ 2 ຈີ 3 ຈີ 4 ຈີ ແລະ ສັນຍານປົກຄຸມເຖິງ 95% ໃນທົ່ວປະເທດ ສະໜອງບໍລິການມືຖືໃຫ້ລູກຄ້າຫຼາຍກວ່າ 3 ລ້ານລູກຄ້າ
ດ້ວຍຄວາມພະຍາຍາມຄວາມມຸ້ງໝັ້ນຂອງບໍລິສັດ ສະຕາໂທລະຄົມ ທີ່ມີຕໍ່ລູກຄ້າໄດ້ຊ່ວຍໃຫ້ບໍລິສັດດັ່ງກ່າວກາຍເປັນເຄືອຂ່າຍຢູ່ລະດັບແຖວໜ້າໃນຕະ ຫຼອດເວລາ 7 ປີ
ເຊິ່ງສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ ພ້ອມນັ້ນພາຍໃຕ້ເຄື່ອງໝາຍການຄ້າ ຢູນີເທວ ໄດ້ປະກອບສ່ວນເຮັດໃຫ້ຂະແໜງການດ້ານ
ຂົງເຂດໂທລະຄົມມະນາຄົມມີການຫັນປ່ຽນໃນທິດທາງທີ່ດີ ຈໍານວນປະຊາຊົນນໍາໃຊ້ມືຖືເພີ່ມຂຶ້ນ 5 ເທື່ອ ພຽງໄລຍະເວລາບໍ່ພໍເທົ່າໃດປີຈາກ 18% ເພີ່ມເປັນ 85% ເຄືອ
ຂ່າຍສັນຍານໂທລະຄົມໄດ້ປົກຄຸມທຸກພື້ນທີ່ທົ່ວປະເທດ ເຄືອຂ່າຍມືຖື ແລະ ເຄືອຂ່າຍອິນເຕີເນັດ ເຂົ້າເຖິງທຸກຂົງເຂດຂອງການດໍາເນີນຊີວິດປະຈໍາວັນຂອງປະຊາຊົນ ແລະ
ບໍລິສັດໄດ້ບັນລຸຕາມເປົ້າໝາຍ ກໍຍ້ອນການຊີ້ນໍາພາຈາກພັກ-ລັດຖະບານລາວໄດ້ຮັບຄວາມໄວ້ວາງໃຈມອບໝາຍໃນການຈັດຕັ້ງຜັນຂະຫຍາຍບາງລະບົບເອເລັກໂຕນິກ
ທີ່ສໍາຄັນເປັນຕົ້ນສົມທົບກັບກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານໃນການຂະຫຍາຍຟອນພາສາລາວ ສົມທົບກັບກະຊວງພາຍໃນຜັນຂະຫຍາຍລະບົບ
ຄຸ້ມຄອງພົນລະເມືອງສົມທົບກັບທະນາຄານ ແຫ່ງ ສປປ ລາວ ໃນການຂະຫຍາຍບໍລິການ ເຊິ່ງພາຍຫຼັງ 9 ປີ ແຫ່ງການດໍາເນີນທຸລະກິດຢູນີເທວ ບັນລຸໄດ້ລາຍຮັບທັງໝົດ
1,35 ຕື້ໂດລາສະຫະລັດ ມອບພັນທະອາກອນໃຫ້ລັດຖະບານລວມຮອດປີ 2017 ແມ່ນ 350 ລ້ານໂດລາ ແລະ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດ
ຊາດ.

     ທ່ານ ອຸລາຫາ ທອງວັນທາ ປະທານສະພາບໍລິຫານ ບໍລິສັດສະຕາໂທລະຄົມ ໄດ້ກ່າວວ່າ: ບໍລິສັດສະຕາໂທລະຄົມມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ
ຈາກບໍລິສັດຢູ່ລະດັບທີ 4 ກາຍເປັນເຄືອຂ່າຍລະດັບ 1ໃນລາວພຽງໄລຍະ 2 ປີເທົ່ານັ້ນ ເຊິ່ງເປັນຂະບວນການເຄື່ອນໄຫວອັນໜຶ່ງທີ່ສ້າງມາຈາກຄວາມມຸ້ງຫວັງ ຄວາມມີ
ມານະອົດທົນ ແລະ ແຜນຍຸດທະສາດທີ່ດີ ນອກນັ້ນບໍ່ພຽງແຕ່ການສະໜອງບໍລິການໂທລະຄົມມະນາຄົມທີ່ມີຄຸນນະພາບດີ ບໍລິສັດຍັງນໍາເອົາບັນດາປະສົບການໃໝ່ໆ ສະ
ໜອງບັນດາບໍລິການດ້ານລະບົບເຕັກໂນໂລຊີສື່ ສານຄຸ້ມຄອງບໍລິຫານທີ່ທັນສະໄໝ ແລະ ສ້າງຄວາມສະດວກສະບາຍເຊັ່ນ: ບັນດາໂຄງການຮ່ວມມືກັບລັດຖະບານບໍລິ
ການປະເພດກະເປົາເງິນເອເລັກໂຕນິກທີ່ຈະເປີດໃຫ້ການບໍລິການໃນໄວໆນີ້ ດ້ວຍຄວາມຫວັງທັງໝົດເຫຼົ່ານັ້ນຈະປະກອບສ່ວນສ້າງຄວາມສະດວກສະບາຍ ແລະ ງ່າຍດາຍ
ໃຫ້ແກ່ລູກຄ້າໃນການນໍາໃຊ້ ເພື່ອເປັນການປະຕິບັດຢ່າງຖືກຕ້ອງກັບສະໂລແກນຂອງບໍລິສັດ ພ້ອມກັນສ້າງຊີວິດໃໝ່ໃຫ້ສົດໃສ ແລະ ໃນຕໍ່ໜ້າຢູນີເທວ ສັນຍາວ່າຈະສືບ
ຕໍ່ຍົກສູງຜະລິດຕະພັນ ການບໍລິການ ພ້ອມນັ້ນຈະຄົ້ນຄິດບັນດາໂຄງການໃໝ່ໆດ້ານລະບົບທາງການເງິນ ການທະນາຄານ 4.0 ການຄ້າເອເລັກໂຕຣນິກ ບັນດາຂໍ້ມູນກ່ຽວ
ກັບສາທາລະນະສຸກການສຶກສາ ການບັນເທິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມ 4.0 ພັກດັນການຂະຫຍາຍຕົວຂອງປະເທດຊາດ.