ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວແຕ່ງຕັ້ງຄະນະພັກກອງພົນທີ 4


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະພັກກະຊວງ ເປັນປະທານ

     ພິທີປະກາດຮັບຮອງການບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະພັກ ກອງພົນທີ 4 ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ ຜ່ານມານີ້, ຢູ່ທີ່ສະໂມສອນກອງພົນທີ 4, ໂດຍການເຂົ້າ
ຮ່ວມເປັນປະທານຂອງ ສະຫາຍພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພັນເອກສົມຈິດ
ກິດຕິຍະລາດ ເລຂາຄະນະພັກກອງພົນ, ຫົວໜ້າ ການເມືອງ ກອງພົນທີ 4, ມີບັນດາພະນັກງານການນຳອົງການ 5 ຫ້ອງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງ
ທີ່ຂຶ້ນກັບ ກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມພຽງ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ຈັນແດງ
ຂຸນຍຸລາດ ເປັນຄະນະປະຈຳພັກ, ປະທານກວດກາພັກ ແລະ ສະຫາຍ ພັນໂທ ທອງສາ ວໍອິນລະພົມ ເປັນກຳມະການ ຄະນະພັກກອງພົນທີ 4. ການປະກາດບົ່ງຕົວແຕ່ງຕັ້ງ
ໃນຄັ້ງນີ້ຖືເປັນການປະຕິບັດຕາມທິດທາງກ່ຽວກັບການບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາໃນກຳລັງປະກອບອາວຸດກໍຄືໃນ ກອງພົນທີ 4 ໃຫ້ນັບມື້ເຂັ້ມແຂງໜັກ
ແໜ້ນຮອບດ້ານເປັນຕົ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.

     ໃນໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ມີຄຳເຫັນຊີ້ນຳວ່າ: ການປັບປຸງບູລະນະການຈັດຕັ້ງເທື່ອນີ້ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ
ເມືອງໄລຍະໃໝ່ຂອງກົມກອງ, ສະນັ້ນສຳຫຼັບຜູ້ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃໝ່ໃນຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຈັດຕັ້ງປະຕິ
ບັດວຽກງານໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ, ເຊື່ອມຊຶມແນວທາງຂອງ ພັກ-ລັດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ໂດຍ
ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຕ້ອງເປັນແບບຢ່າງທີ່ດີໃນ ການເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະ
ການດຳລົງຊີວິດທີ່ ປອດໃສ ຂາວສະອາດ, ພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ ມີແບບແຜນວິທີເຮັດວຽກນຳພາໃຫ້ລະອຽດ ແລະ ພ້ອມ
ກັນສືບຕໍ່ນຳພາກົມກອງເຮັດສຳເລັດໜ້າທີ່ວຽກງານ ທີ່ຂັ້ນເທິງໄດ້ຮັບມອບໝາຍໃຫ້ເກີດດອກອອກຜົນເປັນຮູບປະທຳຕົວຈິງ.