ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຝິກອົບຮົມວຽກງານຄຸ້ມຄອງກຳລັງພົນ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ

     ການຈັດຕັ້ງເຝິກອົບຮົມວຽກງານຄຸ້ມຄອງກຳລັງພົນທົ່ວກອງບັນຊາການທະຫານແຂວງອຸດົມໄຊ ໄດ້ໄຂຂຶ້ນໃນວັນທີ 11 ພະຈິກ 2016 ນີ້, ໂດຍ
ການເປັນປະທານຂອງ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ ເລຂາພັກຫົວໜ້າການທະຫານກອງບັນຊາການທະຫານ
ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງບັນຊາການທະຫານເມືອງ 7 ເມືອງ, ກອງ “ຄ 414”, ແລະພະນັກ
ງານຫຼັກແຫຼ່ງເຂົ້າຮ່ວມ 90 ກວ່າສະຫາຍ.

                                
  
  ທ່ານພົນຈັດຕະວາ ຈັນທະວອນ ໄຊຍະຜົງ ເປັນປະທານເຝິກອົບຮົມ ວຽກງານຄຸ້ມຄອງກຳລັງພົນ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ

     ໃນວາລະດຳເນີນການເຝິກອົບຮົມດັ່ງກ່າວ ພັນໂທ ບຸນທອນ ຫຼວງພະຈິດ ຫົວໜ້າພະແນກກຳລັງພົນກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນ
ຜ່ານບົດລາຍງານວຽກງານກຳລັງພົນ ປະຈຳປີ 2016 ໂດຍໄດ້ຍົກໃຫ້ເຫັນລະບົບການຈັດຕັ້ງ ແລະການຄຸ້ມຄອງຈຳນວນພົນໃນທົ່ວກອງບັນຊາການທະ
ຫານແຂວງ, ພ້ອມດຽວກັນນີ້ກໍໄດ້ຮັບຟັງການແນະນຳກ່ຽວກັບການນຳໃຊ້ລະບົບຄຸ້ມຄອງກຳລັງພົນກອງທັບດ້ວຍລະບົບເອັກເຊວ, ເອກະສານກ່ຽວກັບ
ວຽກງານການຄຸ້ມຄອງກຳລັງພົນກອງທັບ ແລະຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ, ແບບແຜນ
ວິທີເຮັດວຽກຂອງຄະນະກວດກາຄຸ້ມຄອງກຳລັງພົນກອງທັບ, ຂໍ້ກຳນົດວ່າດ້ວຍລະບຽບການຄຸ້ມຄອງລະບົບການຄຸ້ມຄອງກຳລັງພົນກອງທັບ, ຈຸດປະສົງ
ແມ່ນເພື່ອເຮັດໃຫ້ການຄຸ້ມຄອງຈຳນວນພົນທົ່ວກອງທັບມີຄວາມຖືກຕ້ອງ, ເຊັດເຈນ ແລະວ່ອງໄວໃນການກວດກາ ພ້ອມທັງຮັບປະກັນການເພີ່ມ ຫຼື ຫຼຸດ
ຂອງຈຳນວນພົນທຸກກົມກອງ, ເຮັດໃຫ້ພະນັກງານວິຊາການຮັບຮູ້ເຂົ້າໃຈການນຳໃຊ້ໂປຣແກຣມ ເຮັດໃຫ້ການຄຸ້ມຄອງກຳລັງພົນກອງທັບເປັນລະບົບ
ເຕັກນິກແບບໃໝ່ ແລະທັນສະໄໝ.

     ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ, ພະແນກການ ແລະພະນັກງານວິຊາການເອົາໃຈໃສ່ຍົກສູງຕໍ່ໜ້າທີ່
ພາລະບົດບາດຂອງຕົນໃນການເກັບກຳ, ກວດກາ, ຄຸ້ມຄອງກຳ ລັງພົນ, ນຳເອົາເນື້ອໃນຈິດໃຈຂອງການເຝິກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້
ປະກົດຜົນເປັນຈິງ.