ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກກະຊວງປ້ອງກັນປະເທດ ວາງ​ພວງ​ມາລາ​ທີ່​ອະນຸສາວະລີ​ນັກຮົບ​ນິລະນາມ


     ໃນໂອກາດກະກຽມໃຫ້ແກ່ ການ​ເປີ​ດກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້ ແລະ ເພື່ອເປັນ
ການສະແດງຄວາມເຄົາລົບ ແລະ ກະຕັນຍູຮູ້ບຸນຄຸນຕໍ່ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫຼະຊີວິດເລືອດເນື້ອອຸທິດໃຫ້ແກ່ປະເທດ
ຊາດ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນບັນດາເຜົ່າ, ຄະນະນຳກະຊວງປ້ອງກັນປະເທດ
ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ​ເລຂາ​ຄະນະ​ພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມ
ດ້ວຍບັນດາ ສະຫາຍ ໃນຄະນະພັກ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸ ສາວະລີນັກຮົບນິລະນາມ, ເດີ່ນພະທາດຫຼວງ ນະ
ຄອນຫຼວງວຽງຈັນ ໃນວັນທີ 17 ພະຈິກ 2020 ນີ້.