ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍ
“ລາໂຣ໌ສ 2019“ ສຳເລັດຢ່າງ​ຈົບງາມ


     ການຊ້ອມຮົບຮ່ວມເຫຼົ່າຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019“ ທີ່ ບ້ານແປນ ເມືອງພູກູດ ແຂວງຊຽງຂວາງ ໄດ້ດໍາເນີນມາແຕ່ວັນທີ 10-17 ທັນວາ
2019 ນີ້ ໄດ້ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມພາຍໃຕ້ຄໍາຂວັນ “ຄຽງບ່າ, ຄຽງໄຫຼ່ ກັນຕໍ່ສູ້ເພື່ອສັນຕິພາບ”, ເປັນກຽດເຂົ້າຮ່ວມໃນພິທີປິດຄັ້ງນີ້ມີ ສະຫາຍ ບຸນຍັງ
ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະເທດປະທານແຫ່ງ ສປປ ລາວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ
ກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີສະຫາຍ ວະຣາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນ ຣັດເຊຍ
ປະຈຳລາວ, ສະຫາຍ ພົນຈັດຕະວາ ຊາຣາໂກບສ໌ ຮອງຜູ້ບັນຊາການທະຫານສູງສຸດແມ່ທັບໃຫຍ່ລົດຕັງທີ 29 ເຂດທະຫານຕາເວັນອອກ ກຳລັງປະກອບອາວຸດສະຫະພັນ
ຣັດເຊຍ, ມີບັນດາສະຫາຍ ທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດ ເພື່ອນມິດປະຈຳ ສປປ ລາວ, ແຂກທີ່ຖືກເຊີນ, ຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ, ພ້ອມດ້ວຍ
ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ເຂົ້າຮ່ວມ.

     ໃນພິທີສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າ ກົມໃຫຍ່ ເສນາທິການກອງທັບປະຊາຊົນລາວ ຫົວໜ້າ ຄະນະຊີ້ນຳການຊ້ອມຮົບຮ່ວມ ລົດຕັງ-ຍານເກາະ ກອງ
ທັບລາວ-ຣັດເຊຍ 2019 ໄດ້ ກ່າວປິດການຊ້ອມຮົບຄັ້ງນີ້ວ່າ: ການເຄື່ອນໄຫວ "ລາໂຣສ໌ 2019" ທີ່ສອງກອງທັບ ລາວ- ຣັດເຊຍ ໄດ້ພ້ອມກັນປະຕິບັດຜ່ານມາເປັນບັ້ນ
ທອດຖອນບົດຮຽນອັນໜຶ່ງ ສ້າງປະສົບການໃຫ້ແກ່ ນາຍທະຫານກອງທັບປະຊາຊົນລາວ ເປັນຕົ້ນແມ່ນບົດຮຽນທາງດ້ານເຕັກນິກ, ວິຊາການຄວາມຮູ້ດ້ານສິລະປະການ
ທະຫານ, ຍຸດທະວິທີການສູ້ຮົບແບບໃໝ່ທີ່ມີການປັບປຸງຮູບແບບທີ່ປະສົມປະສານ, ເໝາະສົມກັບລັກສະນະຈຸດພິເສດພື້ນທີ່ພູມີປະເທດ ຕົວຈິງ, ຕະຫຼອດຮອດລະບຽບຫຼັກ
ການເຮັດວຽກຂອງຜູ້ບັນຊາ ໃນການຈັດຕັ້ງປະຕິບັດສູ້ຮົບວຽກງານກະກຽມກໍາລັງ ແລະ ການນໍາໃຊ້ກໍາລັງສູ້ຮົບ ລົດຕັງ-ຍານເກາະ ເຂົ້າໃນການເຄື່ອນໄຫວປະຕິບັດໜ້າ
ທີ່ຢູ່ເທິງພູມີປະເທດ ຕົວຈິງດ້ວຍຫຼາຍຂະໜາດ, ຫຼາຍລະດັບທີ່ແຕກຕ່າງກັນ ແລະ ທັງເປັນການອົບຮົມ-ຫັດແອບໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຮູ້ຈັກ
ນໍາໃຊ້ພາຫະນະອາວຸດທີ່ທັນສະໄໝເຂົ້າໃນການສູ້ຮົບຢ່າງຊໍານິຊໍານານ.

     ພ້ອມກັນນັ້ນຍັງໄດ້ເປັນການສະແດງເຖິງໝາກຜົນການຮ່ວມມືມິດຕະພາບລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ຢ່າງສູງສົ່ງ,
ໂດຍສະເພາະແມ່ນການພົວພັນຮ່ວມມືໃນຂົງ ເຂດວຽກງານປ້ອງກັນຊາດ ທີ່ສອງປະເທດໄດ້ມີການພົວກັນມາແຕ່ດົນນານເຊັ່ນ: ການຊ່ວຍເຫຼືອທາງດ້ານພາຫະນະ-ອາວຸດ
ຍຸດໂທປະກອນຕ່າງໆ ຕະຫຼອດເຖິງການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນນາຍທະຫານ, ນັກວິຊາ ການຕ່າງໆ ໃຫ້ແກ່ກອງທັບປະຊາຊົນລາວອັນສ້າງຄວາມເຕີບໃຫຍ່ເຂັ້ມ
ແຂງ ໃຫ້ກອງທັບປະຊາຊົນລາວຍືນຍົງຄົງຕົວຢູ່ໃນຂົງເຂດພາກພື້ນອາຊີ ແລະ ໃນໂລກ.

     ເຊິ່ງຜົນສໍາເລັດໃນຄັ້ງນີ້ ໄດ້ສ້າງຄວາມສໍາພັນໄມຕີຈິດມິດຕະພາບທີ່ໜ້າຈົດຈໍາຢ່າງໜ້າເພິ່ງພໍໃຈ ໃຫ້ແກ່ນາຍ ແລະ ພົນທະຫານ ຂອງສອງກອງທັບ ລາວ-ຣັດເຊຍ
ເຊິ່ງເປັນມິດຕະພາບທີ່ງົດງາມ ທີ່ສອງກອງທັບ ບໍ່ອາດຈະຫຼົງລືມໄດ້, ເຊິ່ງມັນໄດ້ສະແດງອອກຕະຫຼອດໄລຍະການເຄື່ອນໄຫວຫັດແອບ "ລາໂຣສ໌" ເພື່ອນສະຫາຍ ນາຍ
ແລະ ພົນທະຫານສອງກອງທັບລາວ ແລະ ຣັດເຊຍ ໄດ້ອອກແຮງແຂ່ງຂັນກັນຕັ້ງໜ້າເຂົ້າໃນ ການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ແລະ ມີການແລກປ່ຽນຄວາມ
ສາມັກຄີເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນທັງໝົດນັ້ນ ເຊິ່ງມັນໄດ້ສະແດງອອກເລີ່ມແຕ່ການດໍາລົງຊີວິດກິນຢູ່ຮ່ວມກັນໃນແຕ່ລະວັນ, ເພື່ອນສະຫາຍ ລາວ-ຣັດເຊຍ ໄດ້
ມີການພົບປະສັງສັນແລກປ່ຽນພາສາຄວາມເຂົ້າໃຈເຊິ່ງກັນ ແລະ ກັນຕະຫຼອດຮອດການເຄື່ອນໄຫວກິດຈະກໍາ, ສິລະປະວັນນະຄະດີ-ກີລາ ແລະ ອື່ນໆ, ນາຍ ແລະ ພົນທະ
ຫານ ທັງສອງກອງທັບລ້ວນແລ້ວແຕ່ມີຄວາມຮັກແພງສາມັກຄີເຊິ່ງກັນ ແລະ ກັນຢ່າງສະໜິດສະໜົມເໝືອນອ້າຍນ້ອງຄອບຄົວດຽວ ກັນ ແລະ ມາຮອດມື້ນີ້, ເຖິງວ່າການ
ເຄື່ອນໄຫວ"ລາໂຣສ໌" ຈະສິ້ນສຸດລົງແລ້ວກໍຕາມ, ມິດຕະພາບຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ຍັງຄົງຢືນຢັນຄວາມເຊື່ອໝັ້ນ ແລະ ຮັກ
ແພງສາມັກຄີກັນຢ່າງດູດດື່ມຕະຫຼອດໄປ ແລະ ບໍ່ມີວັນຈະຈືດຈາງລົງໄດ້, ກອງທັບ ແລະ ປະຊາຊົນລາວເຊື່ອໝັ້ນວ່າ ມິດຕະພາບຂອງສອງຊາດສອງກອງທັບ ລາວ-ຣັດ
ເຊຍ ຈະໄດ້ຮັບການສົ່ງເສີມໃຫ້ຍືນຍົງຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດ ລາວ-ຣັດເຊຍ ຕະຫຼອດໄປ.

     ສະຫາຍ ພົນຈັດຕະວາ ຊາຣາ ໂກບສ໌ ກ່າວຕື່ມວ່າ: ການຊ້ອມຮົບຮ່ວມລົດຕັງ-ຍານເກາະກອງທັບລາວ-ຣັດເຊຍ ລາໂຣສ໌ 2019 ຄັ້ງນີ້ສອງກອງທັບໄດ້ພ້ອມກັນຄົ້ນ
ຄວ້າ ແລະ ສ້າງຄວາມຕັດສິນໃຈຮ່ວມກັນ ເຊິ່ງາສາມາດຮັບປະກັນໃນການບັນລຸເປົ້າໝາຍ ຂອງການຊ້ອມຮົບຢ່າງມີຜົນສຳເລັດ ແລະ ຍັງໄດ້ຮ່ວມກັນຖອດຖອນບົດຮຽນ
ໃນການນຳໃຊ້ພາຫະນະເຕັກນິກທີ່ທັນສະໄໝ, ການສູ້ຮົບຂັ້ນຍຸດທະວິທີ, ເຊິ່ງຜົນສຳເລັດຄັ້ງນີ້ເປັນການຢັ້ງຢືນໃຫ້ເຫັນເຖິງ ການພົວພັນຮ່ວມມືລະຫວ່າງ ສອງກອງທັບ
ລາວ-ຣັດເຊຍ ໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງໃຫ້ນັບມື້ນັບເພີ່ມທະວີຄວາມສຳພັນກັນຢ່າງໜັກແໜ້ນກ້າວຂື້ນຢ່າງບໍ່ ຢຸດຢັ້ງ.

     ໃນໂອກາດນີ້, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 110 ສະຫາຍ
ແລະ ປະດັບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ນາຍ ແລະ ພົນທະຫານກອງທັບ ຣັດເຊຍ ຈຳນວນ36 ສະຫາຍ, ໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ 700
ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 350 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 200 ສະຫາຍ, ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຫັດແອບ, ຊ້ອມ
ຮົບຮ່ວມລົດຕັງ-ຍານເກາະກອງທັບ ລາວ-ຣັດເຊຍ ລາໂຣສ໌ 2019, ໃຫ້ກຽດປະດັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ
ພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.  

     ສ່ວນຝ່າຍ ຣັດເຊຍ ກໍໄດ້ປະດັບຫຼຽນກາມິດຕະພາບການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ
ຈຳນວນ 30 ສະຫາຍ ໂດຍການປະດັບຂອງສະຫາຍ ພົນຈັດຕະວາ ຊາຣາໂກບສ໌ ຮອງຜູ້ບັນຊາການທະຫານສູງສຸດແມ່ທັບໃຫຍ່ລົດຕັງທີ  29  ເຂດທະຫານຕາເວັນອອກ
ກຳລັງປະກອບອາວຸດສະຫະພັນ ຣັດເຊຍ.