ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດ​ກອງ​ປະຊຸມ​ວຽກງານ​ປ້ອງ​ກັນ​ພາຍ​ໃນ​ທົ່ວ​ກອງທັບ ຄັ້ງ​ທີ IX


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ IX ໄດ້ຈັດຂຶ້ນ ໃນວັນທີ 17 ທັນວາ 2020 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະ
ຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ມີຄະນະ
ນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ແຂກຖືກເຊີນ ແລະ ບັນດາຜູ້ແທນທີ່ ມາຈາກອົງການໃນທົ່ວກໍາລັງຫຼວງ
ແລະ ກໍາລັງທ້ອງຖິ່ນໃນທົ່ວກອງທັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າ: ມື້ນີ້
ກົມໃຫຍ່ການເມືອງກອງທັບ ໄດ້ເປີດກອງປະຊຸມວຽກງານປ້ອງກັນພາຍໃນ ທົ່ວກອງທັບ ຄັ້ງທີ IX ຂຶ້ນເພື່ອເປັນການທົບທວນຕີລາຄາຄືນການຊີ້ນໍານໍາພາ
ຂອງ ຄະນະພັກ-ຄະນະບັນຊາຂັ້ນຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນກອງທັບໃນຊຸມປີຜ່ານມາ ແລະ ເອກະພາບທິດທາງແຜນການ 5
ປີ ຕໍ່ໜ້າພ້ອມ ກັນນີ້ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ເຮັດໃຫ້ວຽກງານປ້ອງກັນ
ພາຍໃນກອງທັບໃຫ້ມີຄວາມເຂັ້ມແຂງ ແລະ ຫັນປ່ຽນດ້ວຍຄຸນນະພາບໃໝ່, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ
ໃນປັດຈຸບັນກໍ່ຄືຕໍ່ໜ້າ.

     ກອງປະຊຸມໃນຄັ້ງນີ້ແມ່ນຈະໄດ້ດໍາເນີນໄປເປັນເວລາ 1 ວັນ ເຄິ່ງໃນວາລະກອງປະຊຸມແມ່ນຈະໄດ້ຮັບຟັງບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວ
ຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນກອງທັບ 5 ປີ ແຕ່ປີ (2016-2020) ແລະ ຄົ້ນຄວ້າປະກອບຄໍາຄິດເຫັນຊອກໃຫ້ໄດ້ດ້ານຕັ້ງໜ້າ, ດ້ານຄົງຄ້າງ
ສາເຫດບາງບົດຮຽນທີ່ຖອດຖອນໄດ້ວິທີແກ້ໄຂ ແລະ ຈະໄດ້ຄົ້ນຄວ້າປະກອບຄໍາຄິດເຫັນເຂົ້າໃສ່ທິດທາງແຜນການ (2021-2025) ແລະ ເອກະສານສໍາ
ຄັນຈໍານວນໜຶ່ງ.

     ກອງປະຊຸມຈະໄດ້ທົບທວນຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການປ້ອງກັນພາຍໃນກອງທັບ ຄົບຮອບ 65 ປີ (30/12/1955-30/12/2020), ການ
ກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ 5 ປີ ແລະ ມອບໃບຢັ້ງຢືນກົມກອງ 3 ປອດ, ຜ່ານຂໍ້ແຂ່ງຂັນກອງປອດໃສ, ປອດໄພ, ປອດຄະດີ ແຕ່ນີ້ຫາປີ
2025 ແລະ ໃນຕອນທ້າຍກອງປະຊຸມຈະໄດ້ຮັບຟັງການໂອລົມ ແລະ ໃຫ້ທິດຊີ້ນໍາຕັກເຕືອນຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນ
ກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ ການເມືອງກອງທັບຕື່ມອີກ.