ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນໂທ ຈັນສະໝອນ ຈັນຍາລາດ
ຕ້ອນຮັບການເຂົ້າອວຍພອນຈາກກຸ່ມ
20 ມັງກອນ

     ໃນວັນທີ 18 ມັງກອນ 2018 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນ
ປະເທດພ້ອມດ້ວຍບັນດາຫົວໜ້າກົມອ້ອມຂ້າງ ກະຊວງປ້ອງກັນປະເທດໄດ້ຕ້ອນຮັບອະດີດທະຫານກອງທັບປະຊາຊົນລາວທີ່ຍ້າຍໄປເຮັດໜ້າທີ່ ເກັບລາຍ
ຮັບເຂົ້າງົບປະມານກະຊວງການເງິນ ຫລື (ກຸ່ມຫວນຄືນ 20 ມັງກອນ) ເຊິ່ງນໍາໂດຍ ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າພະແນກສ່ວຍສາອາກອນ
ປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າອະດີດທະຫານທີ່ຍ້າຍໄປເຮັດວຽກຢູ່ກະຊວງການເງິນໃນທົ່ວປະເທດໄດ້ນຳເອົາກະຕ່າດອກໄມ້ເຂົ້າ
ອວຍພອນໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໝູນວຽນມາຄົບຮອບ 69 ປີ (20/01/1949-20/01/ 2018).


ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບອະດີດທະຫານກອງທັບປະຊາຊົນລາວ

     ທ່ານ ສົມພອນ ພິມມະສອນ ຕາງໜ້າໃຫ້ກຸ່ມຫວນຄືນ 20 ມັງກອນໄດ້ນຳເອົາຄໍາອວຍພອນອັນອົບອຸ່ນ, ນຳເອົານໍ້າຈິດນໍ້າໃຈຄວາມຮັກແພງສາມັກ
ຄີ ແລະ ຄວາມເຄົາຮົບນັບຖືຢ່າງສູງມາຍັງທ່ານລັດຖະມົນຕີ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງທັບປະຊາຊົນລາວ, ຂໍ
ຍ້ອງຍໍຊົມເຊີຍກໍາລັງອ້າຍນ້ອງທີ່ເຮັດໜ້າທີ່ປ້ອງກັນຊາດເຮັດໃຫ້ບ້ານເມືອງມີຄວາມສະຫງົບ-ປອດໄພ, ປະຊາຊົນບັນດາເຜົ່າ ຍູຖ່າງ ສ້າງສາພັດທະນາ, ຂໍ
ໃຫ້ທ່ານລັດຖະມົນຕີ ພ້ອມດ້ວຍຄະນະພັກຕະຫລອດຮອດພະນັກ ງານອ້າຍນ້ອງນັກຮົບ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ, ປັດ
ສະຈາກໂລກໄພໄຂ້ເຈັບຕ່າງໆ ສືບຕໍ່ເປັນຮົ່ມໂພຮົ່ມໄຊ ຊີ້ນໍາ-ນໍາພາ ກອງທັບປະຊາຊົນລາວ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດໄດ້ສະແດງຄວາມຂອບອົກຂອບໃຈ
ຕໍ່ອະດີດ ທະຫານກອງທັບປະຊາຊົນລາວ ທີ່ໄດ້ສະແດງຄວາມຮູ້ບຸນຄຸນ, ບໍ່ລືມຮົ້ວຂອງຊາດ ແລະ ມີຄວາມເປັນຫ່ວງເປັນໃຍຕໍ່ກອງທັບດ້ວຍການພ້ອມຈິດ
ພ້ອມໃຈກັນນໍາເອົາ ຄຳອວຍພອນອັນປະເສີດພ້ອມດ້ວຍນໍ້າຈິດນໍ້າໃຈມາມອບໃຫ້ ກະຊວງປ້ອງກັນປະເທດ. ຂໍອວຍພອນໄຊໃຫ້ບັນດາອະດີດທະຫານທີ່
ຍ້າຍໄປເຮັດໜ້າທີ່ຢູ່ກະຊວງການເງິນໃນຂອບເຂດທົ່ວປະເທດຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່, ສືບຕໍ່ສ້າງຜົນງານໃໝ່ໃຫ້ໄດ້ໃຫຍ່ຫລວງ
ກວ່າເກົ່າ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວໜ້າຂຶ້ນໄປເລື້ອຍໆ.