ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທິດສະດີການເມືອງກອງທັບ ຈັດຕັ້ງປາຖະກະຖາ
ວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 72 ປີ


ສະຫາຍ ພົນໂທໄອ່ ສຸລິຍະແສງ ອະດີດກໍາມະການສູນກາງພັກ, ອະດີດຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ
ອະດີດຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ຕອນເຊົ້າ ວັນທີ 18 ມັງກອນ 2021 ນີ້, ທີ່ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດກອງປະຊຸມປາຖະກະຖາ ກ່ຽວກັບ ວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 72 ປີ ( 20 ມັງກອນ 1949 ຫາ 20 ມັງກອນ 2021 ), ໂດຍການເຜີຍແຜ່ຂອງ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດກໍາມະ
ການສູນກາງພັກ, ອະດີດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ອະດີດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ, ຄະນະອໍານວຍ
ການ, ຄະນະຫ້ອງ, ຄະນະວິຊາຄູ, ຄະນະກອງພັນນັກສຶກສາ, ພະນັກງານ-ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

     ຈຸດປະສົງ ເພື່ອສຶກສາອົບຮົມໃຫ້ບັນດາພະນັກງານຄູ-ອາຈານ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກ
ລະບອບ ປະຊາທິປະໄຕປະຊາຊົນ, ມີນໍ້າໃຈປະຕິວັດ, ມີຄວາມກະຕັນຍູ້ຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງບັນດາຜູ້ນໍາ
ແລະ ນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນໂອກາດສ້າງຂະບວນການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີຜົນງານ ໃນພາລະ
ກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາສ້າງສາພັດທະນາປະເທດຊາດ, ພ້ອມນັ້ນກໍເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ-ເພິ່ງຕົນເອງ, ມີ
ສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສໍາ
ຄັນທີ່ເລິກເຊິ່ງ, ເປັນຂະບວນການທີ່ຟົດຟື້ນມ່ວນຊື່ນ, ສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປຸກລະດົມທົ່ວສັງຄົມເວົ້າລວມເວົ້າສະ
ເພາະກໍແມ່ນພະນັກງານຄູ-ອາຈານ ແລະ ນັກຮຽນ, ນັກສຶກສາ ເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາຢ່າງກວ້າງຂວາງ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ໄດ້ຍົກໃຫ້ເຫັນປະຫວັດສາດ ການກໍາເນີດຂອງກອງທັບປະຊາຊົນລາວ ໂດຍສະເພາະ ສະພາບ
ແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍຄວາມສໍາຄັນ, ຜົນງານ-ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາ
ຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງກອງທັບປະຊາຊົນລາວ ໃນໄລຍະ
ໃໝ່ ໂດຍຜ່ານໄລຍະທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນໍາພາອັນປິຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກ
ປະຊາຊົນປະຕິວັດລາວ, ເຊິ່ງກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ, ເຮັດສໍາເລັດພາລະກໍາປະຫວັດສາດ ທີ່ພັກ ແລະ ປະຊາຊົນ ມອບໝາຍ
ໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ສາມາດປົດ
ປ່ອຍປະເທດຊາດໄດ້ຢ່າງສົມບູນ.

     ໃນນັ້ນ, ສະຫາຍ ພົນໂທ ໄອ່ ສຸລິຍະແສງ ໄດ້ເນັ້ນໜັກຍົກ ໃຫ້ເຫັນປະຫວັດມູນເຊື້ອ ອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ໂດຍສະເພາະທາດ
ແທ້, ມູນເຊື້ອ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫຼະ, ກ້າແກ່ນ, ໜຽວ
ແໜ້ນ, ມີໄຫວພິບ, ມີຄວາມດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ.

     ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງຕໍ່ການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາ
ຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ.