ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຊ້ອມຮົບປະສານເຫຼົ່າເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 73 ປີ ມີຜົນສຳເລັດຢ່າງຈົບງາມ


     ວັນທີ 18 ມັງກອນ 2022 ນີ້, ທີ່ສະໜາມຫັດແອບ ວິທະຍາຄານ ກົມມະດໍາ, ໄດ້ຈັດຕັ້ງຊ້ອມຮົບປະສານເຫຼົ່າ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງ
ທັບປະຊາຊົນ ລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການ
ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນຳກະຊວງ
ປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ເສນາທິການກອງທັບ, ການນຳພັກ-ລັດ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກ
ງານ-ນັກຮົບເຂົ້າຮ່ວມ.

     ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ປີນີ້ ໄດ້ມີການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ອັນເຕັມໄປດ້ວຍບັນ
ຍາກາດຄຶກຄື້ນມ່ວນຊື່ນ ເຊິ່ງ ປະກອບມີຫຼາຍລາຍການສະແດງ, ຫຼາຍເນື້ອໃນທີ່ສຳຄັນ ຄື: ເຫຼົ່າຮົບຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ;
ເຫຼົ່າຮົບສືບຂ່າວ ສົມທົບກັບທະຫານອາກາດ ຊີງຕົວປະກັນຢູ່ລົດບັດ; ທະຫານອາກາດ ນຳໃຊ້ຍົນ Yak-130, ຍົນ MI-17 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າ
ຮົບ ປ້ອງກັນອາກາດ ຍິງດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ ປະຕິບັດຍິງກຽມ, ຍິງຍົກຍ້າຍ; ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງ
ໄຂ; ກອງພັນໃຫຍ່ 11 ສົມທົບກັບ ເຫຼົ່າຮົບລົດຕັງ ປະຕິບັດບຸກຕີສັດຕູ; ເຫຼົ່າຮົບເຄມີ ລົບລ້າງເຄມີ ໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ.

     ພາຍຫຼັງການສະແດງ ປະສານເຫຼົ່າຮົບ ສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ສໍາເລັດ ສະຫາຍ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ ຂອງ ຄະນະຊີ້ນໍາຊ້ອມຮົບ ທີ່ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ບັນດາກົມກອງ ທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານ
ຜ່າຄວາມຫຍຸ້ງຍາກ, ມີຄວາມສໍານິຊໍານານ, ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມຮົບ ໃນຄັ້ງນີ້ ສຳເລັດຕາມຄາດ ໝາຍ
ທີ່ວາງໄວ້ ແລະ ຮັບປະກັນ ໄດ້ຄວາມປອດໄພ 100%, ຂໍສະແດງຄວາມຍ້ອງຍໍສັນລະເສີນ ມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນ
ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.

     ໃນຕະຫຼອດໄລຍະ 73 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປະກອບອາວຸດ, ພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບ
ດ້ານ ຈາກພັກປະຊາຊົນປະຕິວັດລາວ ແມ່ນການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ,
ຕະຫຼອດໄລຍະ ອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກ ທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປ ດ້ວຍຜົນງານ ແລະ ໄຊຊະນະ ອັນສະຫງ່າລາສີ ພາຍໃຕ້ການນໍາພາ ອັນ
ສະຫຼາດສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ, ກຳລັງປະກອບອາວຸດ ພວກເຮົາໄດ້ ສາມັກຄີ ເປັນຈິດໜຶ່ງໃຈດຽວ ສູ້ຮົບ ຢ່າງພິລະອາດຫານ, ອອກແຮງ
ປັບປຸງກໍ່ສ້າງກໍາລັງ ຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວ ເປັນລໍາດັບມາ.

     ຕະຫຼອດໄລຍະ 73 ປີ ຜ່ານມາກອງທັບພວກເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍ
ໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດ ປະດັບໄວ້ໃນໜ້າປະຫວັດສາດ ຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວ
ວິລະຊົນ ເຊິ່ງໄດ້ຮັບການຍ້ອງຍໍ ສັນລະເສີນ ຈາກພັກ ແລະ ລັດ ວ່າ ”ກອງທັບຍາມໃດກໍນໍາໜ້າ ໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະ
ສັດຕູ ທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ“.

     ສະຫາຍ ພັນຄໍາ ວິພາວັນ ຍັງກ່າວອີກຕື່ມວ່າ: ເພື່ອສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື 4 ໜ້າທີ່
ໃຫຍ່ 26 ແຜນງານຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃຫ້ມີຜົນສໍາເລັດຢ່າງຕໍ່ເນື່ອງນັ້ນ ຈຶ່ງຮຽກຮ້ອງມາຍັງ ບັນດາສະຫາຍ ຕ້ອງ ໄດ້
ເພີ່ມທະວີ ແລະ ເອົາໃຈໃສ່ເຊີດຊູສະຕິ ລະວັງຕົວ, ມີສະຕິໃນການປົກປັກຮັກສາ ແນວທາງນະໂຍບາຍ ຂອງພັກ-ລັດ, ປົກປັກຮັກສາ ໝາກຜົນຂອງການ
ປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບການສ້າງ
ສາ ພັດທະນາເສດຖະກິດ-ສັງຄົມ, ກອງທັບ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານ ໃຫ້ເຂັ້ມແຂງ
ໜັກແໜ້ນ ເອົາໃຈໃສ່ປັບປຸງລະບອບການຄຸ້ມຄອງ ບັນຊາ-ນໍາພາ, ປັບປຸງບັນດາກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບ ເປັນຕົ້ນ, ໃນນັ້ນຖືເອົາ ຄຸນ
ນະພາບການເມືອງ-ແນວຄິດ ເປັນກົກ, ເອົາຄວາມສາມາດ ດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາ ເປັນສິ່ງສຳຄັນ, ຕ້ອງມີແຜນ
ການ ແລະ ປະຕິບັດລະບອບ ການຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະ ໃຫ້ສູງຂື້ນ, ທັງຍົກສູງສະ
ຕິ ໃນການຈັດຕັ້ງປະຕິບັດລະບຽບວິໄນ ໃຫ້ເຂັ້ມງວດ ພ້ອມກັນ, ນີ້ ກໍຕ້ອງຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອກຳລັງທ້ອງຖິ່ນ ຢູ່ ຮາກຖານ ໃນການປັບປຸງ
ລະບົບ ການຈັດຕັ້ງ, ການອົບຮົມຫັດແອບ ໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າເຮັດຫຼ້ອນໜ້າທີ່ ໃນການປົກປັກຮັກສາ ທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນ
ໄຂ ຄວາມສາມາດ ເພື່ອກ້າວໄປເຖິງ ໃນການກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຢ່າງຮອບດ້ານ ແລະ ໃຫ້ຖືເອົາວຽກງານ
ຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່, ປະຕິບັດແນວ ທາງການຕ່າງ
ປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມື ຮອບດ້ານກັບກອງທັບ ເພື່ອນມິດ
ຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດ ສັງຄົມນິຍົມ ອ້າຍນ້ອງກໍຄືເພື່ອນມິດ ທີ່ກ້າວໜ້າໃຫ້ດີ, ຍາດແຍ່ງ
ເອົາການຊ່ວຍເຫຼືອຈາກສາກົນ, ປັບປຸງກໍ່ສ້າງກອງທັບພວກເຮົາ ໃຫ້ກ້າວໜ້າ, ເຂັ້ມແຂງ ແລະ ທັນສະໄໝ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/01/2022