ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດ​ຊຸດ​ບຳລຸງ​ວຽກງານ ປກຊ-ປກສ ​ໃຫ້​ພະນັກງານການ​ນຳ​ພັກ-​ລັດຊຸດທີ XVIII


ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ,
ຮອງປະທານປະເທດເປັນປະທານກອງປະຊຸມ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດຊຸດບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານການນຳພັກ-ລັດ ຊຸດທີ
XVIII ຂຶ້ນ, ໃນວັນທີ 18 ກຸມ ພາ 2020 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ
ເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການລັດຖະບານ, ຫ້ອງການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບສູນກາງ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມ-ຄະນະວິຊາຄູ, ພະນັກງານນັກສຶກສາການ ນໍາພັກ-
ລັດເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າ ການທະຫານ, ຫົວໜ້າ ກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ຂຶ້ນລາຍງານແຜນ
ການບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ພະນັກງານການນຳພັກ-ລັດ ຊຸດທີ XVIII ສົກຮຽນ2019-2020, ສຳລັບນັກສຶກ ສາພັກ-ລັດ ທີ່ເຂົ້າ
ມາອົບຮົມບໍາລຸງໃນຄັ້ງນີ້ມີຈຳນວນ 28 ສະຫາຍ, ໃນນັ້ນມາຈາກສູນກາງ 9 ສະຫາຍ ແລະ ທ້ອງຖິ່ນ 19 ສະຫາຍ. ເຊິ່ງເນື້ອໃນທີ່ນຳມາອົບຮົມແບ່ງອອກເປັນ 3 ກຸ່ມ ເນື້ອ
ໃນຄື: ກຸ່ມເນື້ອໃນອົບຮົມຈຸດ ໜັກລວມມີ 17 ບົດ, ກຸ່ມເນື້ອໃນອົບຮົມເພີ່ມເຕີມຈຳນວນໜຶ່ງ ແລະ ຂຽນບົດເກັບກ່ຽວລວມເວລາອົບຮົມ ທັງໝົດ 64 ວັນ. ຈຸດປະສົງກໍ
ເພື່ອເປັນການຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນໄລຍະໃໝ່ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ
ໃຫ້ປາກົດຜົນເປັນຈິງ, ສະເໜີບາງເນື້ອໃນພື້ນຖານທາງດ້ານທັດສະນະທິດສະດີ, ຫຼັກການກ່ຽວກັບຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ
ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ຂົງເຂດວຽກ ງານອື່ນໆ ທີ່ມີການພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ກຳແໜ້ນທັດສະນະ
ແລະ ປະຕິບັດກົນໄກພັກນຳພາ, ລັດຄຸ້ມຄອງທາງດ້ານວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດ
ມະຕິສາມສ້າງຂອງ ກົມການເມືອງສູນກາງພັກ, ເພື່ອເປັນການຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ເອກະລາດ, ປະດິດສ້າງໃນການຄົ້ນຄວ້າຮໍ່າຮຽນທິດສະດີຫຼັກການ
ແລະ ສົມທຽບບົດຮຽນພຶດຕິກຳຕົວຈິງຂອງອົງການ, ກົມກອງທ້ອງຖິ່ນ. ເພື່ອປັບປຸງໄດ້ທັດສະນະແນວຄິດ ແລະ ແນວທາງການພັດທະນາຕໍ່ໄປໃຫ້ສອດຄ່ອງກັບຈຸດພິເສດ
ຂອງອົງການ, ກົມກອງທ້ອງຖິ່ນຂອງຕົນ.

     ໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ກໍໄດ້ໂອ້ລົມ ແລະ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ ທີ່ສົ່ງຜົນກະທົບຕໍ່ການພັດ
ທະນາເສດຖະກິດ-ສັງ ຄົມຂອງປະເທດທັງທາງກົງ ແລະທາງອ້ອມ, ພ້ອມເນັ້ນໜັກຫຼາຍ ບັນຫາສໍາຄັນເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ບັນດາ ສະຫາຍ ນັກສຶກສາພັກ-
ລັດຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄວ້າ, ຮຳ່ຮຽນກໍາໃຫ້ໄດ້ໃນດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການຊີ້ນໍາ-ນໍາພາ ວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນເພາະບັນດາ ສະຫາຍຄະນະພັກ, ຢູ່ຂັ້ນອົງການ ກະຊວງຕະຫຼອດຮອດອຳນາດການປົກຄອງທຸກຂັ້ນຕ້ອງມີ
ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ວຽກງານ ປກຊ-ປກສ ທົ່ວປວງຊົນ ຮອບດ້ານ, ຍ້ອນແນວນັ້ນການເປິດຊຸດບຳລຸງ ໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ເພາະແມ່ນ
ການປະຕິບັດຕາມແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ບັນດາ ສະ
ຫາຍ ທີ່ເຂົ້າອົບຮົມບຳລຸງຄັ້ງນີ້ ລ້ວນແຕ່ເປັນພະນັກງານຫຼັກແຫຼ່ງຂອງ ພັກ-ລັດ. ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈທາງດ້ານທິດສະດີ ແລະ ພຶດຕິກຳ
ຕົວຈິງໃນ ການຊີ້ນຳ-ນຳພາວຽກງານ ປກຊ-ປກສ ຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນເພາະມັນເປັນປັດໃຈຄຳ້ປະກັນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາ
ປະເທດຊາດ ໃນໄລຍະໃໝ່ຕາມແນວທາງນະໂຍບາຍຂອງ   ພັກເຮົາ.