ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
3 ແຂວງ, 1 ກອງພົນປະຈຳປີ 2020


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ (ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ກອງ
ພົນທີ 4) ປະຈຳປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2021 ທີ່ ແຂວງ ຄໍາມ່ວນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນ ວັນທີ 18 ມີນາ 2021
ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະ
ກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງ
ກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ປະທານ, ຄະນະກໍາມະການປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ຄະນະພັກ-ຄະນະບັນຊາກອງພົນທີ 4, ກອງບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນ
ດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຄະນະປະຈໍາພັກແຂວງ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງ, ຫົວ
ໜ້າ ການເມືອງກອງບັນຊາການທະຫານ ແຂວງ ຄໍາມ່ວນ ໄດ້ຜ່ານບົດສະຫຼຸບ ຕີລາຄາ ສະພາບການເຄື່ອນໄຫວ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ລັດຖະບານ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຕ່ລະຂັ້ນ, ຄະ
ນະພັກ-ຄະນະບັນຊາ ກຳລັງປະກອບອາວຸດ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໄດ້ພ້ອມກັນ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຂອງສູນກາງພັກ,
ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ 3
ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ ປະຈຳປີ 2020 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານ
ຫຼາຍດ້ານເປັນຕົ້ນ ແມ່ນພວກເຮົາສາມາດ ຮັກສາໄດ້ສະຖຽນ ລະພາບຄວາມສະຫງົບ ທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະ
ບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກໍາລັງ ປກຊ-ປກສ ແລະ ປະຊາຊົນ
ບັນດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ.

     ພ້ອມກັນນີ້, ຄະນະພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ ຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານ ດັ່ງກ່າວ ຢູ່ 3 ແຂວງ ຢ່າງແຂງແຮງ, ເປັນ
ຂະບວນຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ສັງລວມແລ້ວການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີ
ກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະ
ນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງ ປກຊ- ປກສ ທຸກຂັ້ນ, ພ້ອມ
ດ້ວຍອໍານາດ ການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງ ຄໍາມ່ວນ, ແຂວງ ບໍລິຄໍາໄຊ, ແຂວງ ສະຫວັນນະເຂດ ຍາດມາໄດ້ ໃນ
ຕະຫຼອດໄລຍະຜ່ານມາ. ພ້ອມກັນນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີ
ຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກວາງອອກ, ພ້ອມ
ກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງ
ຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 3 ແຂວງ ມີຄວາມສະ ຫງົບສຸກ ແລະ ມີການພັດທະ
ນາຢ່າງຕໍ່ເນື່ອງ.

     ໃນພິທີຍັງໄດ້ຜ່ານມະຕິ ຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ແຂວງ ຄໍາມ່ວນ ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ ຄະນະກໍາມະການ ປກຊ-ປກສ ແຂວງ ຄໍາມ່ວນ, ສະຫາຍ ພົນຈັດຕະ
ວາ ສົມແຄນ ອັບປະສອນ ເປັນຮອງປະທານ ທັງເປັນ ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງ, ສະຫາຍ ບຸນມີ ພິມມະສອນ ເປັນຮອງປະທານ,
ສະຫາຍ ແກ້ວອຸດອນ ບຸດສິງຂອນ, ສະຫາຍ ຄໍາສອນ ອ້ວນທະວີ, ສະຫາຍ ພັນໂທ ທິບພະຈັນ ໂພໄຊ, ສະຫາຍ ພັນເອກ ຄໍາພາ ຕາງຊາຢຸດ ແລະ ສະຫາຍ
ພັນໂທ ບຸນຍົງ ແກ້ວມະນີ ເປັນກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຄໍາມ່ວນ.