ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງກວດກາໂຄງການກໍ່ສ້າງເສັ້ນທາງແຕ່ທ່າສີ-ກຸ່ມບ້ານຄັງວຽງ

     ໃນວັນທີ 9 ເມສາ 2017 ຜ່ານມານີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳພັດທະນາກຸ່ມບ້ານຄັງວຽງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງແຕ່
ທ່າສີ-ກຸ່ມບ້ານຄັງວຽງ.


ພົນຕີ ສຸວອນ ເລືອງບຸນມີ ລົງກວດກາໂຄງການກໍ່ສ້າງເສັ້ນທາງແຕ່ ທ່າສີ-ກຸ່ມບ້ານ ຄັງວຽງ

     ໂອກາດນີ້ ພັນໂທ ໂອພາດ ທຳມະທອງ ຫົວໜ້າການທະຫານກອງພັນກໍ່ສ້າງ-ຂົວທາງ 587 ໄດ້ຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດໜ້າວຽກ
ໂດຍຫຍໍ້ໃຫ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຊາບວ່າ: ມາຮອດປະຈຸບັນນີ້ ການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນສຳເລັດການປູຢາງຊັ້ນໜຶ່ງໃນໄລຍະທາງ 16
ກິໂລແມັດ, ຕິດຕັ້ງປ້າຍຈະລາຈອນ ແລະຂີດເສັ້ນຈະລາຈອນ ໂດຍສະເພາະການປູຢາງຊັ້ນສອງ ຕ້ອງໃຊ້ເວລາຊ່ວງໄລຍະໜຶ່ງຈຶ່ງຈະປູຢາງຊັ້ນສອງໄດ້, ເສັ້ນ
ທາງດັ່ງກ່າວນີ້ແມ່ນຈະສຳເລັດໃນທ້າຍເດືອນເມສາ 2017 ນີ້, ພາຍຫຼັງຮັບຟັງການລາຍງານແລ້ວ ທ່ານ ພົນຕີ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍ
ໄດ້ລົງກວດກາເບິ່ງຈຸດກໍ່ສ້າງຕົວຈິງ ແລະໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງເນັ້ນໜັກໃຫ້ທາງບໍລິສັດ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ
ໜ້າວຽກໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະເຮັດຢ່າງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນຮັບປະກັນໄດ້ທັງປະລິມານ ແລະຄຸນນະ
ພາບໄປພ້ອມໆກັນ.