ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບໂຄງການກໍ່ສ້າງສະໂມສອນຫຼັງໃໝ່ຂອງກົມ 213

     ພິທີມອບ-ຮັບສະໂມສອນຫຼັງໃໝ່ຂອງກົມ 213 ໄດ້ຈັດຂຶ້ນໃນວັນທີ 12 ເມສາ ນີ້, ໂດຍການເປັນ ປະທານຂອງ ທ່ານ ພົນຈັດຕະວາ ທອງວັນ ຈັນ
ທະວົງ ຫົວໜ້າກົມ 213 ເຊິ່ງມີທ່ານປະທານບໍລິສັດວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ, ຄະນະພັກ-ຄະນະບັນຊາ ແລະຂະແໜງການທີ່ກ່ຽວຂ້ອງໃນ
ກົມ 213 ເຂົ້າ ຮ່ວມ.


ຕັດແຖບຜ້າ ມອບ-ຮັບ ໂຄງການກໍ່ສ້າງສະໂມສອນຫຼັງໃໝ່ຂອງກົມ 213

     ທ່ານປະທານບໍລິສັດວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນນອນຢູ່ໃນແຜນພັດທະນາພື້ນຖານໂຄງລ່າງ
ຂອງກົມໃຫ້ແທດເໝາະກັບການປັບປຸງກໍ່ສ້າງກອງທັບ ໃນໄລຍະໃໝ່ ເຊິ່ງນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງທຸກດ້ານ ໂດຍສະໂມສອນດັ່ງກ່າວມີຂະໜາດ
ຄວາມກ້ວາງ 20 ແມັດ, ຍາວ 43 ແມັດ ເປັນອາຄານຊັ້ນດຽວ ຫຼັງຄາມຸງດ້ວຍກະເບື້ອງສີ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ພື້ນປູກະໂລ ມີການປະ
ກອບໂຕະຕັ່ງ, ມີເຄື່ອງປັບອາກາດ ແລະພັດລົມຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 3 ຕື້ກວ່າກີບ ກຳນົດເວລາໃນການກໍ່ສ້າງ 12 ເດືອນແມ່ນສຳເລັດ
ຕາມແຜນການ 100%, ຈາກນັ້ນທ່ານ ພົນຈັດຕະວາ ທອງວັນ ຈັນທະວົງ ແລະທ່ານປະທານບໍລິສັດວຽງໄຊ ດວງປັນຍາ ພ້ອມດ້ວຍພາກສ່ວນທີ່ກ່ຽວ
ຂ້ອງ ກໍໄດ້ພ້ອມກັນຕັດແຖບຜ້າມອບ-ຮັບຢ່າງເປັນທາງການ.