ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 703 ເປີດຊຸດອົບຮົມນັກບິນ
ແລະ ກອງປະຊຸມຄວາມປອດໄພການບິນ ປະຈຳປີ 2017

     ໃນວັນທີ 6 ເມສາ 2017 ຜ່ານມານີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງເປີດຊຸດອົບຮົມນັກບິນ ແລະກອງປະຊຸມຄວາມປອດໄພໃຫ້ແກ່ການບິນຂຶ້ນ,
ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການທະຫານກອງພັນໃຫຍ່ 703 ມີພັນໂທ ທອງສີ ຄຳມະນີວົງ ຫົວໜ້າພະ
ແນກອົບຮົມການບິນ ກົມທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນັກບິນ-ນາຍຊ່າງເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນປະທານເປີດຊຸດອົບຮົມນັກບິນ ແລະ ກອງປະຊຸມຄວາມປອດໄພການບິນ ປະຈຳປີ 2017

     ໃນໂອກາດນີ້ ພັນໂທ ຄຳສຸກ ຄຳເລືອງເທບ ຫົວໜ້າພະແນກອົບຮົມການບິນກອງພັນໃຫຍ່ 703 ໄດ້ຜ່ານເນື້ອໃນແຜນການອົບຮົມນັກບິນ ປະຈຳປີ
2017 ໂດຍອີງຕາມການຄົ້ນຄວ້າ ແລະຕົກລົງເປັນເອກະພາບຂອງຄະນະກົມທະຫານອາກາດ ແລະຄະນະກອງພັນໃຫຍ່ 703 ກ່ຽວກັບການສ້າງນັກບິນ
MA-600 ແລະອີງຕາມແຜນການປະຈຳປີ 2017 ຂອງກອງພັນໃຫຍ່ 703 ກ່ຽວກັບການສ້າງນັກບິນທາງດ້ານເຕັກນິກຂັບຂີ່ ແລະນາຍຊ່າງໃຫ້ໄດ້ມາດ
ຖານ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ທັດສະນະພະນັກງານນຳພາ-ບັນຊາທີ່ມີຄວາມຮັບຜິດຊອບສູງຕໍ່ພາລະໜ້າທີ່, ມີນໍ້າໃຈອົດທົນ
ຜ່ານຜ່າ, ມີນໍ້າໃຈເສຍສະຫຼະກຽມພ້ອມປະຕິບັດຄຳສັ່ງ ແລະມີຄວາມຈົງຮັກພັກດີຕໍ່ຂັ້ນເທິງ, ຕໍ່ປະຊາຊົນ ແລະຕໍ່ປະເທດຊາດ. ໃນນີ້ສ້າງເປັນນັກບິນ 2
ເຮືອບິນ MA-600 ຈຳນວນ 5 ສະຫາຍ, ນັກບິນ 2 ເຮືອບິນ ຂຶ້ນຊື່ Mi-17 ຈຳນວນ 13 ສະຫາຍ, ໃຫ້ໄດ້ມາດຖານ ແລະຮັບປະກັນຄວາມປອດໄພ
ໃຫ້ໄດ້ 100%.