
ທະຫານແຂວງຊຽງຂວາງ ສະຫຼຸບຕີລາຄາວຽກງານກວດກາພັກ ຄັ້ງທີ 4

    ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ເລຂາຄະນະພັກຫົວໜ້າ ການເມືອງກອງບັນຊາການທະຫານແຂວງຊຽງຂວາງ ເປັນປະທານ
    
     ໃນວັນທີ 8 ເມສາ 2021 ນີ້, ກອງບັນຊາການທະຫານແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາພັກ-ລັດຄັ້ງທີ 4 ໂດຍ
    ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ເລຂາຄະນະພັກ ຫົວໜ້າ ການເມືອງ ກອງບັນຊາການທະຫານ ແຂວງ ຊຽງຂວາງ, ມີບັນ
    ດາ ສະຫາຍ ຜູ້ຕາງໜ້າກົມກວດກາ ກະຊວງປ້ອງກັນປະເທດ, ພະແນກກວດກາແຂວງ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702, ກອງພັນໃຫຍ່ 63,
    ໂຮງໝໍບໍລິເວນ 101 ແລະຄະນະພັກ-ຄະນະບັນ ຊາກົມກອງໃນທົ່ວກໍາລັງທ້ອງຖິ່ນເຂົ້າຮ່ວມ.
     ສະຫາຍ  ພັນໂທ ວົງສອນ ຢ່າຈົງຕົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບໝາກຜົນຂອງການຈັດຕັ້ງປະຕິບັດດໍາ
    ເນີນການກວດກາໃນໄລຍະ 5 ປີ ຜ່ານມາ  ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບາງບັນຫາທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃນ ຕໍ່ໜ້າ. ເຊິ່ງໃນໄລຍະ
    ຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ປະຕິບັດຕາມມະຕິ ກອງປະຊຸມໃຫຍ່ຄັ້ງທີ Xຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະ
    ນະພັກ  ກະຊວງປ້ອງກັນປະເທດ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງ ທີ V ຂອງອົງຄະນະພັກ ກອງບັນຊາການທະຫານ ແຂວງ ຊຽງຂວາງ ວາງອອກຢ່າງເຂັ້ມງວດ,
    ໃນການຈັດຕັ້ງບັນດາຂໍ້ກໍານົດກົດລະບຽບຂອງພັກ, ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ດໍາເນີນຊີວິດການເມືອງພາຍໃນພັກ ແລະ  ການຈັດຕັ້ງປະຕິ
    ບັດກໍ່ສ້າງພັກຢ່າງເປັນປົກກະຕິ ພ້ອມທັງຊຸກຍູ້ບັນຫາໜໍແໜງ, ປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກຢ່າງມີປະສິດທິພາບ ແລະ  ຖືກຕ້ອງ. ເຊິ່ງເຫັນໄດ້ໃນການ
    ກວດກາຕາມທິດສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ  ໜັກແໜ້ນ, ໃນແຕ່ລະປີ ແມ່ນມີໜ່ວຍພັກປອດໃສ ເຂັ້ມແຂງ  ໜັກແໜ້ນ ເພີ່ມຂຶ້ນ ເປັນກ້າວໆ,
    ພ້ອມນີ້ ກໍໄດ້ເອົາໃຈໃສ່ເຄື່ອນໄຫວ  ກວດກາຕາມແຜນການເຄື່ອນໄຫວວຽກງານຕົວຈິງຂອງແຕ່ລະກົມກອງ. ໂດຍສະເພາະແມ່ນ ກວດກາແບບແຜນການ
    ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ ກົດໝາຍຂອງລັດ ແລະ ຂອງກອງທັບ ໂດຍປິ່ນອ້ອມ  4 ໜ້າທີ່ໃຫຍ່ 26 ແຜນງານຂອງ ກະຊວງ
    ປ້ອງກັນປະເທດ ວາງອອກ ໂດຍສະເພາະແມ່ນກວດກາຈໍານວນພົນ, ການຄຸ້ມຄອງນໍາໃຊ້ງົບປະມານລາຍຮັບ-ລາຍຈ່າຍ, ການຄຸ້ມ ຄອງປົກປັກຮັກສາພາ
    ຫານະ,  ອາວຸດ-ລູກກະສູນທີ່ຂັ້ນເທິງປະກອບໃຫ້, ພ້ອມນີ້  ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ເພີ່ມທະວີຄວາມເປັນເຈົ້າການກວດກາ, ຮັດກຸມຢ່າງ
    ເປັນຮູບປະທໍາຕົວຈິງ ແລະ  ຜ່ານບົດທິດທາງ ແຜນການໃນ 5 ປີຕໍ່ໜ້າ, ຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ
    ຢ່າງກົງໄປກົງມາ ແລະ  ຮັບຮອງເອົາທິດທາງແຜນການຕໍ່ໜ້າ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍ
    ໃຫ້ສໍາເລັດຜົນເປັນຢ່າງດີ.
     ໂອກາດດຽວກັນ ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມເຊິ່ງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ
    ໃນການຈັດຕັ້ງປະຕິບັດວຽກງານກວດກາຕະຫຼອດໄລຍະ 5 ປີ ຜ່ານມາ. ມັນສະແດງເຖິງຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບ
    ໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ເຄື່ອນໄຫວຕາມສິດໜ້າທີ່, ພາລະບົດບາດຢ່າງເປັນຮູບປະທໍາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ
  ພະນັກງານທີ່ເຮັດວຽກງານກວດກາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຍົກສູງຄວາມຮູ້-ຄວາມສາມາດເຂົ້າໃນການຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ-ນໍາພາແນວ
  ຄິດຕິດພັນກັບວຽກງານກວດກາພັກ, ກວດກາລັດ ດ້ວຍຄວາມຮັດກຸມຢ່າງເລິກເຊິ່ງ ແລະ ເຂັ້ມງວດ, ເພື່ອນໍາພາກົມກອງຂອງຕົນກ້າວຂື້ນຕາມແບບແຜນ
  ທີ່ທັນສະໄໝເປັນກ້າວໆ.