ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການດ້ານຕ່າງໆ

ເພື່ອກະກຽມໃຫ້ແກ່ກອງປະຊຸມສຳມະນາວິທະຍາສາດວຽກງານການທະຫານທ້ອງຖິ່ນ

     ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ບັນດາອະນຸກຳມະການດ້ານຕ່າງໆ ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງ
ປະຊຸມສຳມະນາວິທະຍາສາດວຽກງານການທະຫານທ້ອງຖິ່ນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນໃນວັນທີ 18 ພຶດ
ສະພາ 2017 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງກອງທັບ, ມີທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີບັນດາອະນຸກຳມະການຈາກກົມກອງ-ຫ້ອງການອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳແລະອະນຸກຳມະການດ້ານຕ່າງໆເພື່ອ
ກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດວຽກງານການທະຫານທ້ອງຖິ່ນ

     ພັນເອກ ບົວທອງ ຄຳຜອງບຸດດີ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນຈັດສຳມະນາວິທະຍາສາດວຽກງານການທະຫານທ້ອງຖິ່ນ ເນື່ອງໃນໂອກາດວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງຄະນະຊີ້ນຳລວມປະກອບມີ 9 ສະຫາຍ, ອະນຸກຳມະການຮັບຜິດຊອບເນື້ອໃນປະ ກອບມີ 8 ສະຫາຍ, ອະນຸກຳມະ
ການຮັບປະກັນ ແລະ ປະສານງານປະກອບມີ 6 ສະຫາຍ, ເຊິ່ງແຕ່ລະສະຫາຍ ທີ່ໄດ້ຖືກແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃນຄັ້ງນີ້ຈະໄດ້ພ້ອມກັນນຳເອົາບັນ
ດາເນື້ອໃນ ແລະ ແຜນການໄປຈັດຕັ້ງປະຕິບັດຕາມສິດໜ້າທີ່ຂອບເຂດຄວາມຮັບຜິດຊອບຂອງແຕ່ລະອະນຸກຳມະການໃຫ້ຖືກຕ້ອງຄົບຖ້ວນ ເຂັ້ມງວດ ແນ
ໃສ່ເຮັດໃຫ້ບັນດາວຽກງານດ້ານຕ່າງໆດຳເນີນໄປຢ່າງຖືກທິດ, ມີເນື້ອໃນສົມບູນຄົບຖ້ວນ, ເປັນເອກະພາບກັນໃນທຸກດ້ານ, ຮັບປະກັນເຮັດໃຫ້ກອງປະຊຸມ
ສຳມະນາດັ່ງກ່າວບັນລຸຜົນສຳເລັດຕາມແຜນການຄາດໝາຍ ແລະ ມີເນື້ອໃນເລິກເຊິ່ງ.

     ໂອກາດນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາອະນຸກຳມະການທຸກສະ
ຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ສິດໜ້າທີ່ ທີ່ໄດ້ມອບໝາຍ, ພ້ອມກັນນຳເອົາເນື້ອໃນແຜນການຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງ
ໃຫ້ເກີດຜົນຕົວຈິງ.