ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະນັກງານ-ນັກຮົບ ກົມໃຫ່ຍການເມືອງກອງທັບ ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19

     ໃນວັນທີ 18 ພຶດສະພາ 2021ນີ້, ຢູ່ທີ່ສະໂມສອນກົມໃຫ່ຍການເມືອງກອງທັບ ໄດ້ມີການສັກວັກຊິນຕ້ານພະຍາດໂຄວິດ 19 ເຂັມທຳອິດ, ໂດຍ
ມີພະນັກງານ-ນັກຮົບ ຕື່ນຕົວພ້ອມກັນໄປຊັກວັກຊິນຢ່າງພ້ອມພຽງ. ຕາມການລາຍງານຂອງສະຫາຍ ພັນໂທ ສຸລິເດດ ຈັນມະນີ, ຫົວໜ້າພະແນກເສນາ
ຮັກ, ກົມໃຫ່ຍການເມືອງກອງທັບ ໃຫ້ຮູ້ວ່າ: ພະແນກເສນາຮັກ ກົມໃຫ່ຍການເມືອງກອງທັບ ຮ່ວມກັບສະຖາກັນພະຍາກກອງທັບ ໄດ້ຈັດຕັ້ງສັກຢາວັກ
ຊິນຕ້ານໂຄວິດ-19, ຢາທີ່ນຳມາສັກຄັ້ງນີ້ແມ່ນ ຊິນນາຟາມ ແລະ ເປັນເຂັມທຳອິດ.

     ການມາສັກນັ້ນແມ່ນຢູ່ໄລຍະການລັອກດາວ ພະນັກງານແມ່ນໄດ້ຜັດປ່ຽນກັນມາ, ຄາດວ່າການສັກເຂັມທຳອິດ ແມ່ນຈະໃຫ້ສຳເລັດ ໃນເດືອນ ກໍລະ
ກົດ 2021ນີ້, ສຳລັບນາຍ ແລະ ພົນທະຫານ ທີ່ມີເງື່ອນໄຂຄົບຖ້ວນ ເຖີງແມ່ນວ່າບໍ່ໄດ້ສັກໃນຄັ້ງນີ້ ແມ່ນສາມາດໄປສັກຢູ່ຕາມສູນຕ່າງໆ ເຊັ່ນສາຖາບັນ
ກັນພະຍາດກອງທັບ ຫຼື ໂຮງໝໍ ສູນກາງ 103 ກໍ່ໄດ້. ຄາດວ່າການສັກຢາຕ້ານໂຄວິດ-19 ນີ້ ພະນັກງານ-ນັກຮົບ ທົ່ວກົມໃຫ່ຍການເມືອງກອງທັບແມ່ນຈະ
ປະຕິບັດໃຫ້ໄດ້ຮັບການສັກຢາ ກວມເອົາ 95%.

     ໃນໂອກາດດັ່ງກ່າວສະຫາຍ ພັນໂທ ສຸລິເດດ ຈັນມະນີ ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການສັກຢາຈົ່ງປະຕິບັດຕາມແພດສັ່ງ ເປັນຕົ້ນແມ່ນບໍ່ໃຫ້ກິນ
ຂອງດອງ ແລະ ຂອງມືນເມົາຕ່າງໆ ທັງນີ້ກໍ່ເພື່ອຮັບປະກັນກັນໃນການສັກຢາໃຫ້ໄດ້ຮັບຜົນດີ ແລະ ສະຫາຍຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບເຂັມທີ 2 ແມ່ນຈະ
ເລີ່ມຕົ້ນ ໃນເດືອນ ສິງຫາ ແລະ ຄາດວ່າ ຈະໃຫ້ສຳເລັດໃນເດືອນ ທັນວາ 2021 ແມ່ນໃຫ້ສຳເລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/05/2021