ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ພົບຜູ້ຕິດເຊື້ອໃໝ່ 49 ຄົນ, ຜູ້ຕິດເຊື້ອສະສົມ 1687 ຄົນ

     ວັນທີ 18 ພຶດສະພາ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ
ທ່ານ ດຣ. ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ທີ່ຈະມາອອກຂ່າວກ່ຽວກັບການບໍລິການປີ່ນປົວຄົນເຈັບຕິດເຊື້ອພະຍາດ COVID-19
ທີ່ສູນປີ່ນປົວເດີ່ນກິລາຫ້ວຍຫົງ. ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້
ລາຍງານ ລາຍລະອຽດດັ່ງນີ້: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 17 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິ
ເຄາະ ທັງໝົດ 1,967 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1,199 ຕົວຢ່າງ, ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫຼືອແມ່ນແຂວງອື່ນໆ 739 ຕົວຢ່າງ, ພົບຜູ້ຕິດເຊື້ອ
ໃໝ່ 49 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,687 ຄົນ, ເສຍຊີວີດໃໝ່ບໍ່ມີ, ເສຍຊິວິດສະສົມທັງໝົດ 2 ຄົນ. ກ່ຽວກັບກໍລະນີ ຕິດເຊື້ອໃໝ່ 49
ຄົນ (ກໍລະນີຢັ້ງຢືນທີ 1,639-1687) ມີລາຍລະອຽດດັ່ງຕໍ່ໄປນີ້: ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 8 ຄົນ (ທັງ 8 ຄົນນີ້ແມ່ນຕິດເຊື້ອຈາກຄົນ
ເຈັບເກົ່າທີ່ຕິດເຊື້ອໃນຊຸມຊົນ) ແຂວງບໍ່ແກ້ວ 26 ຄົນນັ້ນ, 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສ່ວນ 25
ຄົນທີ່ຕິດເຊື້ອຢູ່ເຂດເສດຖະກິດພິເສດແມ່ນຕິດເຊື້ອພາຍໃນຊຸມຊົນ; ສໍາລັບ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານ
ລາວ ທີ່ກັບຄືນປະເທດຖືກກົດໝາຍ.

     ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 999 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 686 ຄົນ (ໃໝ່ 104 ຄົນ) ແລະ ພວກກ່ຽວ
ຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ, ແຍກຕົນ
ເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ/ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະ
ພາບຂອງພາກສ່ວນດັ່ງກ່າວ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນເປັນໄຂ້, ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານ
ທີ່ບໍລິການໃກ້ບ້ານທ່ານ.

     ທັງໝົດນີ້ ແມ່ນສ້າງຄວາມໝັ້ນໃຈໃຫ້ແກ່ ສັງຄົມວ່າຄົນເຈັບທີ່ອອກຈາກໂຮງໝໍແມ່ນປະຕິບັດຕາມຄໍາແນະນໍາຢ່າງເຄັງຄັດ ແລະ ບໍ່ອອກຈາກບ້ານ
ຈົນໝົດກໍານົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/05/2021