ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແຂວງໄຊສົມບູນ
ເຄື່ອນໄຫວຢ້ຽມຢາມແມ່ທັບນ້ອຍທີ 15 ສສ ຫວຽດນາມ

     ໃນລະຫວ່າງວັນທີ 5-12 ມິຖຸນາ 2017 ຜ່ານມາ, ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ພະລາທິການກອງທັບ ໄດ້ນຳພາຜູ້ແທນຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງ ໄຊສົມບູນ ກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນ ນະບົດຮອບດ້ານຕິດພັນກັບ
ການກໍ່ສ້າງເສດຖະກິດປ້ອງກັນຊາດຢູ່ແມ່ທັບນ້ອຍທີ 15 ສສ ຫວຽດນາມ ໂດຍການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ດັງ ແອງ ຢຸງ ຫົວໜ້າແມ່ທັບ
ນ້ອຍທີ 15 ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບທີ່ສະໜິດສະໜົມ.


ພົນຕີ ວົງຄຳ ພົມມະກອນ ເຄື່ອນໄຫວຢ້ຽມຢາມແມ່ທັບນ້ອຍທີ 15 ສສ ຫວຽດນາມ

     ຈາກນັ້ນຄະນະຜູ້ແທນທັງສອງຝ່າຍກໍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນການຍົກສູງຄຸນນະພາບ ແລະ ການຈັດຕັ້ງເຄື່ອນໄຫວ
ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຢູ່ບັນດາ ຈຸດສຸມພັດທະນາຂອງສອງກະຊວງປ້ອງກັນປະເທດໄດ້ຮັບການຂະຫຍາຍຕົວໂດຍຕິດ
ພັນກັບວຽກງານ 3 ສ້າງເວົ້າລວມ ເວົ້າສະເພາະກໍແມ່ນໃນຂົງເຂດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ
ການພັດທະນາເສດຖະກິດ-ວັດທະນະທຳສັງຄົມຢູ່ບັນດາບ້ານ ແລະ ເມືອງທີ່ຢູ່ຕິດກັບຊາຍແດນຂອງສອງປະເທດໃຫ້ໝັ້ນຄົງຮອບດ້ານ, ສ້າງບ້ານກຸ່ມບ້ານ
ພັດທະນາຕາມຊາຍແດນຂອງສອງປະເທດໃຫ້ເປັນລະບຽບຮຽບຮ້ອຍເປັນຊາຍແດນແຫ່ງມິດຕະພາບ, ທັງນີ້ກໍເພື່ອເປັນການເສີມຂະຫຍາຍສາຍພົວພັນມິດ
ຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ສອງກອງທັບລາວ-ຫວຽດນາມ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວລາ
ຕໍ່ມາຄະນະຜູ້ແທນວຽກງານກໍ່ສ້າງຮາກຖານການເມືອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາມບັນດາກົມກອງ
ແລະ ບໍລິສັດ 732, ບໍລິສັດ 78, ບໍລິສັດ 74, ບໍລິສັດ 715, ບໍລິສັດ 72, ບໍລິສັດ 75, ໂຮງງານແປຮູບຢາງພາລາ, ເຂື່ອນໄຟຟ້າ,ໂຮງໝໍແມ່ທັບນ້ອຍທີ
15, ໂຮງຮຽນວິຊາຊີບຊັ້ນກາງ, ໂຮງງານຜະລິດຝຸ່ນຊີວະພາບ, ໂຮງຮຽນອະນຸບານ, ໂຮງຮຽນ 72, ກອງຮ້ອຍຜະລິດ, ສວນຢາງພາລາ, ສວນກາເຟ ແລະ ຫໍ
ມູນເຊື້ອຂອງແມ່ທັບທີ 15 ຕື່ມອີກ.