ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ ທີ່ຮຽນຈົບຈາກ ຫວຽດນາມ
ຈັດຂຶ້ນຢູ່ເຂດພາກກາງຢ່າງມີບັນຍາກາດຟົດຟື້ນ

     ງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມຈັດຂຶ້ນຢູ່ເຂດພາກກາງ (ກອງພົນທີ 4)
ເພື່ອສະເຫຼີມສະຫຼອງ 2 ວັນສໍາຄັນທາງປະຫວັດສາດຂອງປະຊາ ຊົນສອງຊາດ, ສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ ໃນປີ 2017 ຄື: ວັນ
ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຄົບຮອບ 40 ປີ (18/7/197718/7/2017 ), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ
ນາມ ຄົບຮອບ 55 ປີ (5 ກັນຍາ 1962 - ວັນທີ 5 ກັນຍາ 2017 ) ທີ່ກອງພົນທີ 4 ໄດ້ເປັນເຈົ້າພາບໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມິຖຸນາ 2017
ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ສັນຕິ ພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ພົນຈັດຕະວາ
ຜາລົມ ລິນທອງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຫງວຽນ ຈ້ອງ ຮາຍ ຮອງຫົວ
ໜ້າອໍານວຍການວິທະຍາຄານ-ວິທະຍາສາດການທະຫານກອງທັບປະຊາຊົນຫວຽດນາມ ຫົວໜ້າຄະນະຄູ-ອາຈານທີ່ມາຈາກວິທະຍາຄານ, ໂຮງຮຽນກອງ
ທັບປະຊາຊົນຫວຽດນາມ, ມີ ສະຫາຍ ພັນເອກ ພິເສດ ຕ້າວ ວັນຖ້າຍ ທີ່ປຶກສາທູດຝ່າຍທະຫານຫວຽດນາມປະຈໍາລາວ ຕະຫຼອດຮອດບັນດາສະຫາຍຄະ
ນະພັກ-ຄະນະບັນຊາອະດີດນັກສຶກສາກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນ ກອງທັບປະຊາຊົນຫວຽດນາມ ທີ່ມາຈາກກອງພົນ, ກອງບັນຊາການ
ທະຫານແຂວງບໍລິຄໍາໄຊ, ຄໍາມ່ວນ, ແຂວງສະຫວັນນະເຂດ, ກອງພັນໃຫຍ່ 644, ໂຮງຮຽນ, ໂຮງໝໍເຂດພາກກາງຈໍານວນ 8 ກົມກອງພ້ອມດ້ວຍແຂກ
ທີ່ຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ຜາລົມ ລິນທອງ ເຂົ້າຮ່ວມງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ
ທີ່ຮຽນຈົບຈາກ ຫວຽດນາມ ຈັດຂຶ້ນຢູ່ເຂດພາກກາງ ຢ່າງມີບັນຍາກາດຟົດຟື້ນ

     ພາຍຫຼັງ ສະຫາຍ ພັນເອກ ຄໍາໄຂ ວິໄລເຄືອ ຫົວໜ້າການເມືອງກອງພົນທີ 4 ປະທານຮ່ວມຝ່າຍລາວກ່າວເປີດພິທີສໍາເລັດລົງ, ຈາກນັ້ນ ສະຫາຍ ພົນ
ຈັດຕະວາ ຜາລົມ ລິນທອງ ໄດ້ມີຄໍາເຫັນຕໍ່ພິທີອັນມີຄວາມ ໝາຍຄວາມສໍາຄັນໃນຄັ້ງນີ້ວ່າ: ງານພົບປະອະດີດນັກສຶກສານາຍທະຫານທີ່ເຄີຍຮຽນຢູ່ ສສ
ຫວຽດນາມແມ່ນກິດຈະກໍາໜຶ່ງທີ່ຈັດຂຶ້ນ ເພື່ອເຮັດໃຫ້ຜູ້ໄດ້ກິນເຂົ້າບໍ່ລືມຄຸນນາ, ໄດ້ກິນປາບໍ່ລືມຄຸນນໍ້າ ເຊິ່ງເປັນການຫວນຄືນຄວາມຊົງຈໍາອັນທີ່ບໍ່ມີວັນ
ຫຼົງລືມ ກໍ່ຄືພໍ່ແມ່ປະຊາຊົນຫວຽດນາມບັນດາເຜົ່າທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ, ອົບຮົມບົ່ມສອນ, ຖ່າຍທອດວິຊາຄວາມຮູ້ທາງດ້ານທິດສະດີ, ພຶດຕິກໍາ,
ວິທະຍາສາດ, ເຕັກນິກໃຫ້ແກ່ພະນັກງານ-ນັກຮົບຂອງກອງທັບປະຊາຊົນລາວ, ພ້ອມນັ້ນຍັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງສະເຫຼີມ
ສະຫຼອງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມືຮອບດ້ານຄົບຮອບ 40 ປີ, ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ, ຫວຽດ
ນາມ-ລາວ ຄົບຮອບ 55 ປີ, ການຮ່ວມມືຮອບດ້ານທີ່ເປັນມໍລະດົກອັນລໍ້າຄ່າໃຫ້ເຍົາວະຊົນ, ຄົນຮຸ່ນໃໝ່ຮັບຮູ້ຢ່າງເລິກເຊິ່ງ ທັງເພີ່ມພູນຄູນສ້າງມູນເຊື້ອ
ເຫຼົ່ານັ້ນໃຫ້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງນັບແຕ່ມື້ມີພັກຄອມມູນິດອິນດູຈີນເປັນຕົ້ນມາມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຂອງ 2 ຊາດ
ລາວ-ຫວຽດນາມຍິ່ງກ້າວເຂົ້າສູ່ລວງເລິກ ໂດຍແມ່ນປະທານໂຮ່ຈີມິນຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນ
ເຄົາລົບຮັກເປັນຜູ້ປູພື້ນຖານ, ປະຊາຊົນສອງຊາດໄດ້ພ້ອມກັນສືບຕໍ່ບໍາລຸງຄູນສ້າງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສືບທອດເປັນສາຍພົວພັນທີ່ເປັນແບບ
ຢ່າງບໍລິສຸດຜ່ອງໃສ, ສະເໝີຕົ້ນສະເໝີປາຍທີ່ຫາໄດ້ຍາກໃນການພົວພັນສາກົນ, ເປັນປັດໄຈຮັບປະກັນໃຫ້ໄຊຊະນະແຫ່ງພາລະກິດປະຕິວັດຂອງແຕ່ລະປະ
ເທດ ແມ່ນເປັນການແລກປ່ຽນບົດຮຽນແຫ່ງຄວາມຊົງຈໍາໃນອະດີດທີ່ເປັນນັກສຶກສານາຍທະຫານຢູ່ບັນດາໂຮງຮຽນ, ວິທະຍາຄານຫວຽດນາມ ເຊິ່ງບັນ
ດາຄູ-ອາຈານ, ພະນັກງານ, ພະລາກອນໃນໂຮງຮຽນເພື່ອນບ້ານຫວຽດນາມ ໃຫ້ການສຶກສາອົບຮົມວິຊາຄວາມຮູ້ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ
ສິ່ງດັ່ງກ່າວເປັນການສ່ອງແສງເຖິງຄຸນນະພາບການສຶກສາທີ່ບັນດາສະຫາຍຄູ-ອາຈານໄດ້ຖ່າຍທອດໃຫ້, ບົນນໍ້າໃຈຄວາມສາມັກຄີມິດຕະພາບອັນດູດດື່ມ
ທີ່ເປັນມູນເຊື້ອສືບທອດກັນມາລະ ຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

     ການຈັດງານຄັ້ງນີ້ ຂຶ້ນດ້ານໜຶ່ງແນໃສ່ເພື່ອເປັນການຈາລຶກມູນເຊື້ອແຫ່ງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື
ຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສະມັກ
ຄີພິເສດ, ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ເຊິ່ງໃນຕອນຄໍ່າຄືນຂອງວັນດຽວກັນນີ້ຍັງມີງານລ້ຽງຊົມເຊີຍງານພົບປະອະດີດນັກສຶກສາກອງທັບປະຊາຊົນ
ລາວທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມຕື່ມອີກ.