ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ເອກະສານ ແລະ ສ້າງຈິດສຳນຶກ

ດ້ານການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານໃນຂອບເຂດພາກກາງ

     ວັນທີ 16 ມິຖຸນາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຂັດກອງປະຊຸມເພື່ອເຜີຍແຜ່ເອກະສານສ້າງ
ຈິດສຳນຶກດ້ານສິ່ງແວດລ້ອມໃຫ້ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຢູ່ເຂດພາກກາງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ຈັດຢູ່ກອງບັນຊາການທະຫານແຂວງ
ວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໂດຍເປັນກຽດເຂົ້າ
ຮ່ວມຂອງ ສະຫາຍ ພົນຈັດຕະວາ ສີດາລໍ ຈົງເຕັງເຈຍຊາ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ ແລະ ທ່ານ ບຸນຮຽງ ໄຊຍະແສງ
ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ມີບັນດາພະແນກການ, ຂະແໜງການທີ່ເປັນຕົວແທນຈາກກົມໃຫຍ່,
ວິທະຍາຄານ, ກອງພົນ, ກອງພັນໃຫຍ່ ແລະ ແຂວງໃນເຂດພາກກາງເຂົ້າຮ່ວມ 30 ກວ່າຫົວໜ່ວຍ ແລະ 11 ເມືອງຂອງແຂວງວຽງຈັນເຂົ້າຮ່ວມ.


ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມເຜີຍແຜ່ເອກະສານ ແລະ ສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານໃນຂອບເຂດພາກກາງ

     ກອງປະຊຸມໄດ້ພ້ອມກັນຮັບຟັງການເຊື່ອມຊຶມຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມການທະຫານກອງທັບປະຊາຊົນລາວ, ແຜນດຳເນີນງານ
ດ້ານສິ່ງແວດລ້ອມ 5 ປີ ຄັ້ງທີ II ແຕ່ປີ 2016-2020 ຈາກນັ້ນ ສະຫາຍ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າພະແນກວິທະຍາສາດເຕັກໂນໂລຢີ ແລະ
ສິ່ງແວດລ້ອມ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເນື້ອໃນເອກະສານຂໍ້ກຳນົດປະກອບມີ VII ພາກ ມີ 6 ໜວດ ແລະ 64 ມາດຕາ, ແຜນ
ດຳເນີນງານມີ 3 ພາກ ເຊິ່ງເນື້ອໃນສ່ວນໃຫຍ່ແມ່ນການເຜີຍແຜ່ເອກະສານໃຫ້ຕົວແທນທີ່ມາຈາກແຕ່ລະກົມກອງໃຫ້ເຊື່ອມຊຶມເຂົ້າໃຈ ເພື່ອນຳໄປຈັດຕັ້ງ
ຜັນຂະຫຍາຍໃນກົມກອງຂອງຕົນໃຫ້ໄປຕາມທິດຊີ້ນຳຂອງພັກລັດ ແລະ ກອງທັບ, ສ້າງຄ້າຍຄູໃຫ້ມີສີຂຽວສະອາດຈົບງານຮອດປີ 2020 ໃຫ້ມີປ່າໄມ້ປົກ
ຄຸມ 70 ສ່ວນຮ້ອຍຂອງເນື້ອທີ່ທົ່ວປະເທດ. ໃນໂອກາດເຂົ້າຮ່ວມປະຊຸມຄັ້ງນີ້ ທີ່ປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນກ່ຽວກັບການປົກປັກຮັກສາ ແລະ ຄຸ້ມ
ຄອງສິ່ງແວດລ້ອມໃນກົມກອງຂອງຕົນ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຫາວິທີແກ້ໄຂຮ່ວມກັນເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງພະນັກ
ງານນັກຮົບພາຍໃນກົມກອງມີຮ່າງກາຍແຂງແຮງ.


ພາບລວມກອງປະຊຸມເຜີຍແຜ່ເອກະສານ ແລະ ສ້າງຈິດສຳນຶກດ້ານ
ການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານໃນຂອບເຂດພາກກາງ