ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດເຜີຍແຜ່ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນລາວ-ກຳປູເຈຍ

     ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຜີຍແຜ່ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນລາວ-ກຳປູເຈຍຂຶ້ນ ຢູ່ທີ່ສະໂມສອນກົມໃຫຍ່ການເມືອງ
ກອງທັບ ໃນວັນທີ 18 ມິຖຸນາ 2018 ນີ້, ໂດຍໃຫ້ການເຜີຍແຜ່ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດ
ຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງມີຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງຈາກບັນດາກົມໃຫຍ່, ກົມນ້ອຍ, ບັນດາກົມກອງກຳລັງຫຼວງ-ກຳລັງ
ທ້ອງຖິ່ນເຂດໃຈກາງເຂົ້າຮ່ວມຮັບຟັງ.


ພົນໂທ ຈັນສະໝອນ ຈັນຍາລາດ ເຜີຍແຜ່ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນລາວ-ກຳປູເຈຍ

     ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການພົວພັນອັນດີງາມຂອງສອງຊາດ ລາວ ແລະ ກຳປູເຈຍແຕ່ບູຮານ
ນະການ ກໍຄືໃນການຕໍ່ສູ້ກູ້ຊາດໃນໄລຍະຜ່ານມາ, ຕົກມາປີ 1995 ລັດຖະບານສອງປະເທດໄດ້ຕົກລົງກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ
ໂດຍອີງໃສ່ 4 ຫຼັກການພື້ນຖານຄື: 1. ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ໄລຍະຕົກເປັນຫົວເມືອງຂຶ້ນ, ໂດຍອີງໃສ່ແຜນທີ່
1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ. 2. ບົນພື້ນຖານຫຼັກການຕ່າງໆທີ່ສາກົນ
ຮັບຮູ້ກ່ຽວກັບເສັ້ນຂີດໝາຍຊາຍແດນ. 3. ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງ, ທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ ແລະ 4. ບົນພື້ນ
ຖານຂອງຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ ແລະ ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ເປັນເອກະ
ພາບຢ່າງສົມບູນ.

     ມາຮອດປີ 2000 ສອງຝ່າຍ ໄດ້ເລີ່ມສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ, ເຖິງປີ 2017 ທັງສອງຝ່າຍໄດ້ສຳຫຼວດເນັ່ງເສັ້ນຊາຍແດນຢູ່
ພື້ນທີ່ຕົວຈິງ ສຳເລັດ 465 ກິໂລແມັດ, ເທົ່າກັບ 87%, ປັກຫຼັກໝາຍຊາຍແດນຮ່ວມກັນແລ້ວ 121 ຫຼັກ, ຍັງບໍ່ທັນສຳເລັດ 13% ເຊິ່ງບໍລິເວນດັ່ງກ່າວ
ແມ່ນຍັງບໍ່ທັນໄດ້ສຳຫຼວດ ນັບແຕ່ຫຼັກໝາຍຊາຍແດນເລກທີ 078 ລຽບຕາມສາຍນໍ້າເຊກອງຂຶ້ນໄປຫາແກ້ງຕໍມໍຄອຍ ຫາ ຫ້ວຍຕະເງົາ ມີ ຄວາມຍາວ
ປະມານ 24 ກິໂລແມັດ ແລະ ຈາກແກ້ງຕໍມໍຄອຍ ຫາ ແກ້ງກະໂຕມ 16 ກິໂລແມັດ.

     ຍ້ອນຄວາມຫຍຸ້ງຍາກຂອງບໍລິເວນດັ່ງກ່າວທີ່ບໍ່ສາມາດປັກຫຼັກໝາຍໄດ້ ກໍຍ້ອນວ່າທັດສະນະສອງຝ່າຍແຕກຕ່າງກັນຄື: ຝ່າຍລາວແມ່ນອີງໃສ່ 4 ຫຼັກ
ການທີ່ຕົກລົງກັນ ແລະ ອີງໃສ່ແຜນທີ່ທີ່ກ່ຽວຂ້ອງ, ສ່ວນກຳປູເຈຍແມ່ນອີງໃສ່ແຜນທີ່ 1/100.000 ທີ່ພິມໃນປີ 1955, ເຊິ່ງມັນຄັດກັບຫຼັກການທີໜຶ່ງທີ່
ໄດ້ຕົກລົງກັນ. ເມື່ອມີຄວາມຫຍຸ້ງຍາກຄືແນວນັ້ນ ນາຍົກລັດຖະມົນຕີທັງສອງປະເທດ (ລາວ-ກຳປູເຈຍ) ໄດ້ເຫັນດີເປັນເອກະພາບກັນໃຫ້ບໍລິເວນນີ້ເປັນ
“ຈຸດຄົງຄ້າງມິດຕະພາບ”, ຫ້າມບໍ່ໃຫ້ດຳເນີນກິດຈະການໃດໆ, ໃຫ້ຮັກສາສະພາບ ເດີມຢູ່ບໍລິເວນນີ້ຈົນກວ່າຈະມີການສຳຫຼວດ ແລະ ປັກຫຼັກໝາຍຊາຍ
ແດນສຳເລັດ.

     ການເຜີຍແຜ່ສະພາບການຊາຍແດນລະຫວ່າງ ລາວ ແລະ ກຳປູເຈຍ ຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ກ່າວເຖິງສະພາບການ
ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນທີ່ເປັນຈຸດຄົງຄ້າງມິດຕະພາບດັ່ງກ່າວ, ເຊິ່ງການນຳລາວເຮົາກໍໄດ້ຊອກຫາຊ່ອງທາງແກ້ໄຂຢ່າງສັນຕິວິທີຕາມຫຼັກ
ການທີ່ມີຢ່າງສອດຄ່ອງເໝາະສົມຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ, ເພື່ອປົກປັກຮັກສາຜົນປະໂຫຍດຂອງຊາດ, ໂດຍພະຍາຍາມແກ້ໄຂນຳກັນ
ຢ່າງສັນຕິວິທີ, ຫຼີກລ່ຽງຈາກການປະທະດ້ວຍກຳລັງ, ບໍ່ໃຊ້ຄວາມຮຸນແຮງແຂງກະດ້າງທີ່ຈະພາໃຫ້ເກີດການສູນເສຍຊີວິດຊັບສິນຂອງປະຊາຊົນ, ທ່ານລັດ
ຖະມົນຕີຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ເຮັດວຽກງານໂຄສະນາສຶກສາອົບຮົມນາຍ ແລະ ພົນທະຫານ ພ້ອມດ້ວຍພໍ່ແມ່ປະຊາຊົນທົ່ວປະເທດໃຫ້ຮັບຮູ້ ແລະ
ເຂົ້າໃຈເປັນເອກະພາບຕໍ່ບັນຫາດັ່ງກ່າວ, ປຸກລະດົມນໍ້າໃຈຮັກຊາດ, ເຕົົ້າໂຮມຄວາມສາມັກຄີພາຍໃນຊາດ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍແບ່ງ
ແຍກຂອງພວກຄົນບໍ່ດີ ແລະ ໃຫ້ທຸກຄົນຈົ່ງເຊື່ອໝັ້ນວ່າການນຳປະເທດທັງສອງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງທຸກຝ່າຍຈະສືບຕໍ່ຄົ້ນຄວ້າຊອກຫາວິທີ
ທາງຮ່ວມມືກັນແກ້ໄຂຈົນກວ່າຈຸດຄົງຄ້າງມິດຕະພາບນີ້ໄດ້ຮັບການສຳຫຼວດ ແລະ ປັກຫຼັກໝາຍຢ່າງເປັນທາງການ ແລະ ຖາວອນໃນທີ່ສຸດ.