ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ປີ 2019
ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II
ປີ 2019 ຂອງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້

     ໂຮງງານປະສານເຫຼົ່າພາກໃຕ້ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານໃນທົ່ວກອງທັບປະຈຳໄຕມາດ II ແລະ ທິດທາງແຜນການປະຈຳ
ໄຕມາດ III ປີ 2019 ຂອງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້ ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2019 ນີ້, ພາຍໃຕ້ການເປັນປະທານ
ຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະນຳ 4
ກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ ທີ 5 ແລະ ຄະນະພັກ-ຄະນະບັນຊາກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້ເຂົ້າຮ່ວມ.

     ກອງປະຊຸມ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ມີຄຳເຫັນຊີ້ນຳໃຫ້ແຕ່ລະກົມກອງລາຍງານສະພາບການຊີ້ນຳ-ນຳພາວຽກງານຮອບດ້ານຂອງແຕ່ລະກົມກອງ
ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືຢູ່ກົມກອງໃນໄລຍະຜ່ານມາຂອງແຕ່
ລະກົມກອງ, ເຊິ່ງໄດ້ຍົກໃຫ້ເຫັນສະພາບການຕ່າງໆທີ່ກົມກອງຮັບຜິດຊອບ ໂດຍລວມແລ້ວ ແຕ່ລະກົມກອງມີຄວາມສະຫງົບໂດຍພື້ນຖານ ທັງນີ້ກໍຍ້ອນຄະນະພັກ-ຄະນະ
ບັນຊາກົມກອງໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ຖັນແຖວພະນັກງານສະມາຊິກພັກ-ນັກຮົບ, ເອົາໃຈໃສ່ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກ
ງານວຽກງານຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທ່ີີເກີດຂຶ້ນໃນສັງຄົມ ກໍຄືຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100% ມີຫຼາຍກົມກອງປະ
ສົບຜົນສຳເລັດໃນການສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ແລະ ກົມກອງໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ.

     ໂອກາດນີ້, ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງ
ຍາດມາໄດ້ໃນໄລຍະຜ່ານມາ ສະຫາຍໄດ້ຍົກໃຫ້ສະພາບການຂອງໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມໃຫ້ແກ່ປະເທດລາວເຮົາ, ພວກເຮົາຢູ່
ໃນກຳລັງປະກອບອາວຸດຕ້ອງຍຶດໝັ້ນ ແລະ ໜັກແໜ້ນຕໍ່ການປະຕິວັດຊາດ, ເຮັດໃຫ້ປະເທດຊາດມີ ຄວາມສະຫງົບເວົ້າລວມ, ເວົ້າສະເພາະກໍຄືຂອບເຂດກົມກອງຕັ້ງທັບ.
ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວ
ຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມ
ໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ,
ສ້າງເງື່ອນໄຂ ແລະ ສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ກົມກອງ ແລະ ປະຊາຊົນບັນດາເຜົ່າໃນການສ້າງເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກເຮັດໃຫ້ປະເທດ
ຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມຄາດໝາຍທີ່ວາງໄວ້ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທີ່ຈະມາເຖິງໃຫ້ມີຂະ
ບວນການຟົດຟື້ນແຂງແຮງ.

     ໂອກາດເປີດກອງປະຊຸມສ່ອງແສງວຽກງານຮອບດ້ານໃນທົ່ວກອງທັບປະຈຳໄຕມາດ II ແລະ ວາງທິດທາງແຜນການປະຈຳໄຕມາດ III ປີ 2019 ຂອງບັນດາກົມກອງ
ເຂດ VI ຄັ້ງນີ້ ຂັ້ນເທິງຍັງໄດ້ມອບປຶ້ມກາວີສະດຸດີ 70 ປີ ກອງທັບປະຊາຊົນລາວໃຫ້ແຕ່ລະກົມກອງຕື່ມອີກລວມທັງໝົດ 199 ຫົວ.