ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ
ແຂວງ ອັດຕະປື ສຳ​ເລັດ​ແລ້ວ 45%


     ວັນທີ 18 ສິງຫາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການ
ກອງທັບ ພ້ອມຄະນະໄດ້ລົງກວດກາຄວາມຄືບໜ້າ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື, ໂດຍໄດ້ຮັບຟັງການ
ລາຍງານຈາກ ສະຫາຍ ພັນເອກ ປອ ສີພອນ ໄຊຄຳທອງເຫວີນ ຮອງຫົວໜ້າ ກົມຊ່າງແສງ ຫົວໜ້າ ທີ່ປຶກສາ ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ຮູ້ວ່າ: ໂຄງການກໍ່ສ້າງ
ເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງ ສະໜາມໄຊຫາປາກເຊປຽນ ໂດຍແມ່ນ ກົມຊ່າງແສງ ເປັນເຈົ້າຂອງໂຄງການມີໄລຍະທາງຂອງການກໍ່ສ້າງທັງໝົດ 50,50 ກິໂລແມັດ, ເຊິ່ງ
ເປັນທາງຫຼວງຂອງ ແຂວງອັດຕະປື ເລກທີ 9003 ຢູ່ ເມືອງສະໜາມໄຊ, ເປັນເສັ້ນທາງລຽບຕາມແມ່ນຳ້ເຊກອງ ໂດຍຜ່ານ 9 ບ້ານຄື: ບ້ານຫາດຍາວ, ບ້ານຫີນສົມບັດ,
ບ້ານນ້ຳກົງ, ບ້ານຫາດໄຊສູງ, ບ້ານຄັນໝາກນາວ, ບ້ານບຸ່ງແກ້ວ, ບ້ານຕະເງົາ, ບ້ານສົ້ມປ່ອຍ ແລະ ບ້ານຫາດໃຫຍ່, ໂດຍມີຈຸດເລີ່ມຕົ້ນຂອງການກໍ່ສ້າງຢູ່ສາມແຍກ
ບ້ານຫາດຍາວ ຫາ ປາກເຊປຽນ, ເສັ້ນທາງດັ່ງກ່າວມີຂົວທັງໝົດ 15 ແຫ່ງ. ໃນນັ້ນ, ຂົວເບຕົງອັດແຮງ 14 ແຫ່ງ ແລະ ຂົວເບຕົງເສີມເຫຼັກ 1 ແຫ່ງມີລວງຍາວທັງໝົດ
599,00 ແມັດ, ການກໍ່ສ້າງແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ມີ ມູນຄ່າການກໍ່ສ້າງ 230 ຕື້ 439 ລ້ານກວ່າກີບ, ໄລຍະທີ 2 ມີມູນຄ່າ 166 ຕື້ 555 ລ້ານກວ່າກີບ,
ໂດຍແມ່ນທຶນຂອງລັດຖະບານ 100% ໄລຍະການກໍ່ສ້າງແມ່ນ 4 ປີ ເລີ່ມແຕ່ປີ 2019-2023 ຈຶ່ງຈະສຳເລັດ, ສໍາລັບຜູ້ຮັບເໝົາກໍ່ສ້າງມີ 2 ບໍລິສັດຄື: ບໍລິສັດ ສີສະເກດ
ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານຈຳກັດ ຮັບເໝົາໄລຍະທີ 1 ແຕ່ກິໂລແມັດ 00+000 ກິໂລແມັດ 33,500 (ເລີ່ມແຕ່ສາມແຍກ ບ້ານຫາດຍາວ-ເຂດບ້ານສົ້ມ
ປ່ອຍ) ລວງຍາວ 33,50 ກິໂລແມັດ, ມີຂົວ 10 ແຫ່ງ, ຂົວເບຕົງອັດແຮງ 2 ແຫ່ງ, ຂົວເບຕົງເສີມເຫຼັກ 8 ແຫ່ງ, ລວງຍາວຂອງຂົວ 307,06 ແມັດ, ລວມມູນຄ່າ 286
ຕື້ 668 ລ້ານກວ່າກີບ ປັດຈຸບັນວຽກການກໍ່ສ້າງໄລຍະທີ 1 ສໍາເລັດ 54,94%, ໄລຍະທີ 2 ສຳເລັດ 36,26%, ສ່ວນໄລຍະທີ 2 ແມ່ນບໍລິສັດບຸບຜາພັດທະນາກໍ່ສ້າງ
ເຄຫາສະຖານຂົວທາງ ແລະ ສຳຫຼວດ-ອອກແບບ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເລີ່ມແຕ່ກິໂລແມັດ 33+55 ຫາ ກິໂລແມັດ 50+500 (ແຕ່ເຂດບ້ານສົ້ມປ່ອຍ ຫາ
ປາກເຊປຽນ) ຄວາມຍາວ 17,00 ກິໂລແມັດ, ມີຂົວ 8 ແຫ່ງ, ຂົວເບຕົງອັດແຮງ 6 ແຫ່ງ, ຂົວເບຕົງເສີມເຫຼັກ 2 ແຫ່ງ, ລວມມູນຄ່າ 133 ຕື້ 230 ລ້ານກວ່າກີບ, ມາ
ຮອດປັດຈຸບັນວຽກການກໍ່ສ້າງໄລຍະທີ 1 ສໍາເລັດ 57,61%, ໄລຍະທີ 2 ສຳເລັດ 18,85%, ສັງລວມຄວາມຄືບໜ້າທັງສອງສັນຍາ (ກິໂລ ແມັດ 00-ກິໂລແມັດ 55,5)
ໄລຍະທີ 1 ແລະ ໄລຍະທີ 2 ມາຮອດປັດຈຸບັນສຳເລັດແລ້ວ 45,16%, ທຽບໃສ່ແຜນການສາມາດປະຕິ ບັດໄດ້ລື່ນຄາດໝາຍ 4,00%.

     ໂອກາດທີ່ລົງເຄື່ອນໄຫວກວດກາໂຄງການດັ່ງກ່າວ, ສະຫາຍ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊີ້ນຳໂຄງ
ການ ແລະ ບໍລິສັດຜູ້ຮັບເໝົາທີ່ໄດ້ເອົາໃຈໃສ່ທຸ່ມເທເຫື່ອແຮງສະຕິປັນຍາເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ເຮັດໃຫ້ໂຄງການດຳເນີນໄປຕາມແຜນການ ແລະ ສໍາເລັດ
ໄດ້ລື່ນຄາດໝາຍທີ່ວາງໄວ້, ພ້ອມທັງເນັ້ນຕື່ມໃຫ້ສືບຕໍ່ຊີ້ນຳລົງເລິກໃກ້ຊິດຕິດແທດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາຢ່າງເປັນປະຈຳເຮັດໃຫ້ການ
ກໍ່ສ້າງບັນດາໜ້າວຽກຕ່າງໆ ໄດ້ຕາມມາດຕະຖານເຕັກນິກຂອງໂຄງການ, ເຖິງວ່າຈະພົບຄວາມຫຍຸ້ງຍາກປານໃດກໍຕາມໃຫ້ພ້ອມກັນອົດທົນຜ່ານຜ່າເຮັດໜ້າທີ່ການເມືອງ
ຂອງຕົນທີ່ ພັກ-ລັດ ກໍຄືກອງທັບມອບໝາຍໃຫ້ເພື່ອເຮັດໃຫ້ການກໍ່ສ້າງ ເສັ້ນທາງດັ່ງກ່າວສາມາດດຳເນີນໄປຕາມແຜນການ ແລະ ບັນລຸຜົນສຳເລັດຕາມຈຸດປະສົງຄາດ
ໝາຍທີ່ວາງໄວ້.