ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ


ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກ ກະຊວງປ້ອງກັນປະເທດປະທານກວດກາພັກຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2021 ນີ້, ໂດຍການ
ເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ປະທານກວດກາພັກ ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ມີຄະນະພັກກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫ້ອງການ ປກຊ-ປກສ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບ
ຫ້ອງວ່າການ ກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະພັກ ກະຊວງປ້ອງກັນ
ປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງທົດແທນເລຂາ, ຮອງເລຂາຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ ອີງຕາມກົດລະບຽບພັກປະຊາຊົນປະຕິວັດ
ລາວ ສະໄໝທີ XI ໝວດທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກ ຄະນະພັກກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ
ພົນຈັດຕະວາ ໄພວັນ ຈັນທະພົມມາ ເປັນເລຂາ ຄະນະພັກທົດແທນ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ພັກການຮັບບຳນານ, ສະຫາຍ ພົນຈັດຕະວາ ເດືອນ
ສະຫວັນ ສາຍພິມຄຳປະທຸມ ເປັນຮອງເລຂາຄະນະພັກ ທົດແທນ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮັບໜ້າທີ່ຂຶ້ນເປັນເລຂາຄະນະພັກ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກຊຸດໃໝ່ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາ
ສູງຕໍ່ຜົນງານ, ທີ່ບັນດາສະຫາຍຍາດມາໄດ້ຕະຫຼອດໄລຍະຜ່ານມາພ້ອມທັງຮຽກຮ້ອງໃຫ້ຄະນະພັກເຊີດຊູນ້ຳໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ສຸມໃສ່ປັບ
ປຸງແບບແຜນວິທີເຮັດວຽກ, ການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການນຳພາ-ຊີ້
ນຳຂົງເຂດວຽກງານຕາມພາລະບົດບາດຂອງກົມກອງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກໃຫ້
ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍ
ໃນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວິຊາສະເພາະຕົວຈິງຂອງກົມກອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/08/2021