ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ເຂດພາກເໜືອ

     ໃນຕອນເຊົ້າວັນທີ 15 ກັນຍາ 2017 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະ
ຈຳໄຕມາດ III, ເຂດພາກເໜືອ ປີ 2017 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມກອງໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂດພາກເໜືອ
ເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ເຂດພາກເໜືອ

     ໃນກອງປະຊຸມຕາງໜ້າແຕ່ລະກົມກອງໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນກໍໄດ້ຜັດປ່ຽນກັນສ່ອງແສງລາຍງານສະພາບການວຽກງານຮອບດ້ານ
ຂອງຕົນຕາມລຳດັບເພື່ອເປັນການສັງຮວມ ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຊຸກຍູ້ ແລະ ເສີມຂະຫຍາຍຂະບວນການກໍ່ສ້າງກອງ
ແຂງ-ໜ່ວຍພັກຮູ້ນຳພາຮອບດ້ານປະຈຳສົກປີ 2017-2018 ຂອງແຕ່ລະກົມກອງ ແລະ ຊຸກຍູ້ການເຄື່ອນໄຫວວຽກງານການເມືອງ, ຂະບວນກີລາ-ສິລະ
ປະວັນນະຄະດີ ແລະ ອື່ນໆ. ຂະບວນການເພີ່ມພູນຜະລິດຜົນ, ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນສຳຄັນປະຫວັດສາດຕ່າງໆໃຫ້ເປັນຂະບວນຟົດຟື້ນ
ພ້ອມທັນສະພາບການບູລະນະການຈັດຕັ້ງພັກຂັ້ນ ຮາກຖານບັນດາກົມກອງໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສ້າງ
ກົມກອງ 3 ປອດ, ປອດໃສ, ປອດໄພ, ປອດຄະດີ, ວຽກງານກະກຽມສ້າງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ
ຊົນລາວ ຄົບຮອບ 70 ປີ, ຕິດພັນກັບການກະກຽມວຽກງານຈັດຕັ້ງປາຖະກະຖາມູນເຊື້ອຕ່າງໆ ແລະ ມະຕິຄຳສັ່ງໃຫ້ທົ່ວເຖິງເລິກເຊິ່ງ, ຍູ້ຂະບວນການ
ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ຂະບວນການສິລະປະວັນນະຄະດີ ແລະ ວຽກງານສື່ມວນຊົນໃນກົມກອງໃຫ້ແຂງແຮງ.

     ໂອກາດນີ້ ປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ພ້ອມ
ກັນຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ໃນການ ປັບປຸງຂະຫຍາຍພັກ, ຕີລາຄາແບ່ງປະເພດສະມາຊິກໃຫ້ໄດ້ຄຸນນະພາບສູງ, ກໍ່ສ້າງພັກ
ໃຫ້ເຂັ້ມແຂງໃຫ້ປອດໃສໜັກແໜ້ນ ສຶບຕໍ່ປະຕິບັດຕາມແຜນການກໍ່ສ້າງພະນັກງານສືບທອດປ່ຽນແທນ, ໃນການສັບຊ້ອນ, ຄຸ້ມຄອງນຳໃຊ້ພະນັກງານ
ໃຫ້ຖືກຕາມເງື່ອນໄຂມາດຖານຄວາມຮູ້-ຄວາມສາມາດຂອງພະນັກງານວິຊາການ, ເອົາໃຈໃສ່ປະ ຕິບັດນະໂຍບາຍຕ່າງໆໃຫ້ເຂົາເຈົ້າໃຫ້ເໝາະສົມ ເພື່ອ
ເປັນການປຸກລະດົມຊຸກຍູ້ໃນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບສູງ.