ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງຢ້ຽມຢາມແລະ ເຮັດວຽກຢູ່
ກອງບັນຊາການທະຫານແຂວງຫຼວງນ້ຳ​ທາ


     ໃນວັນທີ 13 ກັນຍາ ຜ່ານມາ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການ
ເມືອງກອງທັບ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງ ຫຼວງນໍ້າທາ, ໂດຍມີ ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ກໍາມະການ ພັກແຂວງ,
ເລຂາພັກ, ຫົວໜ້າ ການທະຫານ ກອງບັນຊາການທະຫານ ແຂວງ ຫຼວງນໍ້າທາ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ກໍາມະການພັກແຂວງ ເລຂາພັກ, ຫົວໜ້າ ການທະຫານ ກອງບັນຊາການທະຫານ ແຂວງ ຫຼວງນໍ້າທາ ກໍໄດ້ລາຍງານຫຍໍ້
ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະເທດ ວາງອອກເຊິ່ງມີຫຼາຍໜ້າວຽກໄດ້ຮັບ
ການຈັດຕັ້ງປະຕິບັດຢ່າງມີໝາກຜົນ. ໂດຍສະເພາະແມ່ນວຽກງານສຶກສາອົບຮົມການ ເມືອງນໍາພາແນວຄິດເປັນບັນຫາສໍາຄັນຕິດພັນກັບແບບແຜນໃນ ການຄຸ້ມຄອງ-ນຳ
ໃຊ້, ປົກປັກຮັກສາບົວລະບັດຜັດເຊັດພາຫະນະເຕັກນິກ ແລະ ມີຄວາມຮັບຜິດຊອບສູງເຂົ້າໃນວຽກງານ ວິຊາສະເພາະຂອງຕົນຢ່າງແທ້ຈິງ ຮັບປະກັນໃຫ້ແກ່ການກຽມພ້ອມ
ສູ້ຮົບໄດ້100%. ພ້ອມທັງລາຍງານຄວາມພ້ອມໃນການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກອງບັນຊາ ການທະຫານ ແຂວງທີ່ຈະໄຂຂຶ້ນໃນທ້າຍ
ປີນີ້.

     ໂອກາດດັ່ງກ່າວ ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ກອງ
ບັນຊາການທະຫານ ແຂວງ ຫຼວງນໍ້າທາ ເອົາໃຈໃສ່ເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ ການເມືອງ ຂອງກົມກອງ ໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່
ກະຊວງປ້ອງກັນປະເທດ ວາງອອກຢ່າງຕັ້ງໜ້າ, ໂດຍສະເພາະແມ່ນຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດ ເປັນບັນຫາສໍາຄັນຕິດພັນກັບການລົງກໍ່ສ້າງ
ຮາກຖານການເມືອງ ກັບອຳນາດການປົກຄອງທ້ອງຖິ່ນ, ຕາມຈຸດຫຼໍ່ແຫຼມຕ່າງໆ ເພື່ອກຽມພ້ອມສູ້ຮົບໂດຍເລັ່ງໃສ່ລະບົບປະຈຳການ ໃຫ້ມີຄວາມພ້ອມຕະຫຼອດ 24 ຊົ່ວ
ໂມງ, ເປັນຕົ້ນແມ່ນກຽມຄວາມພ້ອມທາງດ້ານຈຳນວນພົນ, ພາຫະນະລົດ, ອາວຸດ-ລູກກະສູນ ແລະ ອື່ນໆໃຫ້ເປັນລະບົບຄົບຊຸດ, ກວດກາຄຸນນະພາບຂອງວັດຖຸຮັບໃຊ້
ໃຫ້ມີຄວາມຮັບປະກັນ 100% ເພື່ອກຽມພ້ອມເຮັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ.