ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນນາຍທະຫານຂັ້ນສູງກອງທັບປະຊາຊົນລາວ
ຢ້ຽມຢາມເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ

     ໃນລະຫວ່າງວັນທີ 9-13 ຕຸລາ 2018, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ນຳພາຄະນະຜູ້
ແທນນາຍທະຫານຂັ້ນສູງກອງທັບປະຊາຊົນລາວເດີນ ທາງໄປຢຽ້ມຢາມເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ, ຄະນະໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນ
ໂທ ຢວນ ຢຸຍປາຍ ຜູ້ບັນຊາການເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນພ້ອມດ້ວຍຄະນະ.


ພົນຕີ ຄຳລຽງ ອຸທະໄກສອນ ຢ້ຽມຢາມເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ

     ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້ ສອງຝ່າຍໄດ້ພ້ອມກັນຕີລາຄາຄືນຜົນສຳເລັດໃນການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະ ເຂດສູ້ຮົບພາກໃຕ້
ກອງທັບປະຊາຊົນຈີນ ໃນໄລຍະຜ່ານມາ, ເປັນຕົ້ນການຮ່ວມມືຊ່ວຍເຫຼືອໃນຂົງເຂດວຽກງານຊາຍແດນ, ການກໍ່ສ້າງ-ບຳລຸງພະນັກງານໃຫ້ແກ່ຝ່າຍລາວ, ການຮ່ວມມືຮັກ
ສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການແລກປ່ຽນຄະນະຜູ້ແທນ, ນອກນັ້ນທັງສອງຝ່າຍໄດ້ປຶກສາຫາລື ແລະ ເອກະພາບແຜນການຮ່ວມມືໃນໄລ
ຍະຕໍ່ໜ້າໃນຂົງເຂດວຽກດັ່ງກ່າວ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ພັດທະນາຢ່າງແທ້ຈິງ ໃນໂອກາດຢູ່
ຢ້ຽມຢາມ
ເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ, ຄະນະໄດ້ໄປຢ້ຽມຢາມກອງທະຫານອາວເໝິນປະຈຳຢູ່ຖານທັບຈູຮ່າຍ (ເຮັດໜ້າທີ່ປ້ອງກັນເຂດມາເກົ້າ), ຢ້ຽມຢາມກອງ
ຮ້ອຍຊາຍແດນທີ 10, ກອງພັນນ້ອຍທີ 4, ກອງພົນ 315 ປະຈຳຢູ່ຊຽງຮຸ່ງ, ຢ້ຽມຢາມສູນປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຢູ່ຄຸນໝິງ, ນອກນັ້ນຍັງໄດ້ຢ້ຽມຢາມ
ບາງສະຖານທີ່ທ່ອງທ່ຽວຢູ່ເຂດກວາງໂຈ ແລະ ຄຸນໝິງຕື່ມອີກ.