ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊ່ວຍ​ເຫຼືອອຸປະກອນ​ສື່ສານ


     ພິທີມອບ-ຮັບເຄື່ອງອຸປະກອນສື່ສານຊ່ວຍເຫຼືອລ້າຈໍານວນ 220 ຊຸດຈາກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃຫ້ ກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກົມສື່ສານໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ແອສະ
ໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ພັນເອກ ພິເສດ ຕ່າວ ວັນ ທ້າຍ ທີ່ປຶກສາທູດປ້ອງກັນຊາດ
ແຫ່ງ ສສ ຫວຽດນາມ ປະຈໍາລາວ ທັງເປັນຜູ້ຕາງໜ້າມອບເຄື່ອງອຸປະກອນດັ່ງກ່າວ ແລະ ສະຫາຍ ພົນຈັດຕະວາ ຄໍາຄິດໄຊສົງຄາມ ຫົວໜ້າ ກົມສື່ສານ
ກົມໃຫຍ່ເສນາທິການກອງທັບ ເປັນຜູ້ກ່າວຮັບ, ເຊິ່ງມີບັນດາຄະນະນໍາທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ສະຫາຍ ພັນເອກ ພິເສດ ຕ່າວ ວັນ ທ້າຍ ໄດ້ກ່າວວ່າ: ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ຍັງໄດ້ຮັບການພັດທະ
ນາຢ່າງຕໍ່ເນື່ອງ, ນັບມື້ນັບຫັນເຂົ້າສູ່ລວງເລິກ ແລະ ປາກົດຜົນເປັນຈິງ. ໂດຍໄດ້ປະກອບສ່ວນຍົກສູງກໍາລັງແຮງ ແລະ ຄວາມອາດສາມາດກຽມພ້ອມສູ້
ຮົບ ຂອງກອງທັບ ສອງຊາດ. ສໍາລັບເຄື່ອງອຸປະກອນທີ່ນໍາມາມອບໃນຄັ້ງນີ້, ແມ່ນໜຶ່ງໃນຜະລິດຕະພັນທີ່ພົ້ນເດັ່ນ, ມີປະສິດທິພາບສູງ ແມ່ນ ກຸ່ມບໍລິສັດ
ອຸດສາຫະກໍາໂທລະຄົມ ກອງທັບຫວຽດນາມ (ຫວຽດ ແທວ) ເປັນຜູ້ຄົ້ນຄວ້າພັດທະນາ ແລະ ຜະລິດ. ເພື່ອເຮັດໃຫ້ກອງທັບປະຊາຊົນລາວ ນໍາໃຊ້ເຄື່ອງ
ອຸປະກອນດັ່ງກ່າວເຂົ້າໃນວຽກງານການຕິດຕໍ່ສື່ສານໃຫ້ໄດ້ຮັບຜົນດີ.

     ຈາກນັ້ນ, ສະຫາຍ ພົນຈັດຕະ ວາ ຄໍາຄິດ ໄຊສົງຄາມ ກໍໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນຕໍ່ ກອງທັບປະຊາຊົນ ຫວຽດນາມ ທີ່ຍາມໃດກໍໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນ,
ອູ້ມຊູຊ່ວຍເຫຼືອໃຫ້ແກ່ ກອງທັບປະຊາຊົນລາວ ຕະຫຼອດມາ. ພ້ອມກັນນັ້ນສະຫາຍຍັງກ່າວວ່າ: ຕະຫຼອດໄລຍະຜ່ານມາສອງກອງທັບ ລາວ-ຫວຽດນາມ
ເວົ້າລວມ, ເວົ້າສະເພາະສອງເຫຼົ່າຮົບສື່ສານຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຮອບດ້ານ ແລະ ສະໜິດແໜ້ນ, ບໍ່ວ່າ
ໃນຍາມສົງຄາມ ແລະ ໃນຍາມສັນຕິພາບ, ທັງເປັນສັນຍາລັກຂອງຄວາມໝັ້ນຄົງທະນົງແກ່ນແຫ່ງການພົວພັນຮ່ວມມື ແລະ ຄວາມສາມັກຄີພິເສດ ລະ
ຫວ່າງສອງກອງທັບ ລາວ-ຫວຽດນາມ. ພ້ອມທັງໃຫ້ຄໍາໜັ້ນສັນຍາວ່າຈະເອົາໃຈໃສ່ຊີ້ນໍາການເຝິກອົບຮົມ-ຫັດແອບເພື່ອນໍາໃຊ້ເຄື່ອງອຸປະກອນສື່ສານດັ່ງ
ກ່າວ ຢ່າງມີປະສິດທິຜົນສູງສຸດ, ເອົາໃຈໃສ່ບົວລະບັດຮັກສາໃຫ້ ຖືກຕ້ອງຕາມຫຼັກການ.