ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ
ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ


     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 18 ພະຈິກ 2020
ນີ້, ຢູ່ກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ: ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດ
ໄພ; ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ
ແລະ ປະຊາຊົນ ​ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ,
ລັດຖະມົນຕີ ກະຊວງປ້ອງກັນປະເທດ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານ
ປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ຄະ
ນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ,
ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາສະຫາຍ ຜູ້ແທນສົມບູນຈຳນວນ 213 ສະ
ຫາຍ, ເພດຍິງ 2 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວກອງທັບເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ຂອງອົງ ຄະນະພັກ ກະຊວງປ້ອງກັນປະເທດ ຄັ້ງນີ້ມີຄວາມ
ໝາຍສຳຄັນໃນຊີວິດການເມືອງຂອງກອງທັບເຮົາ, ເປັນການປະຕິບັດຕາມຫຼັກການນຳພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກ
ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນຳພາ-ວິທີເຮັດ ວຽກທີ່ມີວິທະຍາສາດ, ເປັນບັ້ນ
ດຳເນີນຊີວິດການເມືອງພາຍໃນ ຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາ
ມາດ​ໃນການນຳພາຂອງຄະນະພັກພາຍໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ. ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງການນຳພາຂອງ ຄະນະພັກກະ
ຊວງປ້ອງກັນປະເທດໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການນຳພາ 5 ປີ ຕໍ່ໜ້າ (2021-2025). ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະ
ພັກ ກະຊວງປ້ອງກັນປະເທດຄັ້ງ​ນີ້ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມເອກອ້າງທະນົງໃຈ
ຕໍ່ຜົນງານອັນໃຫຍ່ຫຼວງຕະຫຼອດ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ຜົນສຳເລັດ​ໃນການຈັດຕັ້ງປະຕິບັດໄລຍະມ້ວນທ້າຍຂອງມະຕິກອງປະຊຸມໃຫຍ່
ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII.

     ພ້ອມກັນນັ້ນ, ກໍເປັນໄລຍະເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກດ້ວຍຈິດໃຈຟົດຟື້ນປະຕິວັດຢ່າງກວ້າງຂວາງ.


ປ່ອນບັດເລືອກເອົາຄະນະພັກກະຊວງຊຸດໃໝ່

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະຊຸມປີຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ໄດ້ນຳພາຈັດຕັ້ງຜັນ
ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ເຂົ້າໃນໜ້າວຽກຕົວຈິງຢ່າງ
ເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານຕາມມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະ
ເທດ ວາງອອກ; ໃນນີ້, ໄດ້ເອົາໃຈໃສ່ຊີ້ນຳ ແລະ ປັບປຸງການຈັດຕັ້ງພາຍໃນພັກ ໂດຍເລີ່ມແຕ່ຂັ້ນຮາກຖານພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ
ທຸກສະຫາຍ ໄດ້ຮັບການປັບປຸງຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ທັດສະນະ ແລະ ການກະທຳ, ເສີມຂະຫຍາຍໄດ້ ປະຊາທິປະໄຕ, ບົດບາດ​ ແລະ
ຄວາມສາມາດ​ໃນ​ການນຳພານັບມື້ສູງຂຶ້ນ.


ຄະນະພັກຊຸດເກົ່າຂຶ້ນອຳລາໜ້າທີ່

     ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມຕ່າງກໍຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າເຊື່ອມຊຶມສ້າງຄວາມເປັນເອກະພາບ
ຕໍ່ບົດລາຍງານການເມືອງທັງສອງພາກບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງ
ເຂດວຽກງານ ປ້ອງກັນຊາດ, ການກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຕາມທິດສ້າງກອງທັບ​ໃຫ້ມີແບບແຜນທັນສະໄໝ ແລະ ຂົງເຂດວຽກງານ
ອື່ນໆ. ພ້ອມກັນນັ້ນກໍໄດ້ຮັບຟັງການປະກອບຄຳເຫັນຂອງບັນດາ ສະຫາຍຕາງໜ້າຄະນະພັກອົງການ-ກົມກອງ ຈຳນວນໜຶ່ງກ່ຽວກັບການປະຕິບັດໜ້າທີ່
ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກຳລັງຢູ່ອົງການ-ກົມກອງຂອງຕົນ.


ມອບກະຕ່າຂອງຂວັນໃຫ້ບັນດາສະຫາຍຄະນະພັກຊຸດເກົ່າທີ່ບໍ່ໄດ້ລົງສະໝັກ

     ກອງປະຊຸມຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສຳ
ຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິ
ຫານງານສູນກາງພັກ ອີກດ້ວຍ.