ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ປະຈຳປີ 2017 ແລະ ວາງທິດທາງແຜນການປະຈຳປີ 2018

     ວັນທີ 15 ທັນວາ 2017 ນິີ້, ກອງພັນໃຫຍ່ 11 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳປີ 2017 ແລະ ວາງທິດທາງ
ແຜນການປະຈຳປີ 2018 ຂຶ້ນ ທີ່ສະໂມສອນຂອງກົມກອງພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາ ຊິກພັກຫຼັກແຫຼ່ງທົ່ວກົມກອງ
ເຂົ້າຮ່ວມຢ່າງພ້ອມພຽງ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານຮອບດ້ານປະຈຳປີ 2017 ແລະວາງທິດທາງແຜນການປະຈຳປີ 2018

     ພາຍຫຼັງການກ່າວເປີດກອງປະຊຸມຂອງ ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນໃຫຍ່ 11 , ພັນໂທ ຄຳສາຍ ມົນ
ດວງສິງ ຄະນະພັກກອງພັນໃຫຍ່, ຫົວໜ້າພະແນກບໍລິຫານ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳປີ 2017 ແລະ ຜ່ານທິດທາງແຜນການປີ
2018, ວຽກງານການເມືອງໃນ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ໄດ້ລົງເຄື່ອນໄຫວຊີ້ນຳ-ຕິດຕາມ-ກວດກາເພື່ອເກັບກຳສະພາບການ
ເມືອງແນວຄິດຂອງພະນັກງານ-ນັກຮົບຢູ່ພາຍໃນແຕ່ລະກົມກອງຢ່າງເປັນປົກກະຕິ ພ້ອມກັນນັ້ນ ກໍໄດ້ຊຸກຍູ້ ແລະ ໃຫ້ທິດຊີ້ນຳກ່ຽວກັບວຽກງານປັບປຸງ
ກໍ່ສ້າງກົມກອງສາມາດເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ, ວຽກງານກໍ່ສ້າງພັກ-ພະນັກງານທົ່ວກົມກອງປະກອບມີ 6 ຄະນະພັກຮາກຖານ,
26 ໜ່ວຍພັກ, ໃນນີ້ມີ 5 ຄະນະພັກຮາກຖານເປັນຄະນະພັກຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານມີ 23 ໜ່ວຍພັກ, ເປັນໜ່ວຍພັກແຂງຮູ້
ນຳພາຮອບດ້ານຄະນະພັກຮາກຖານຄອງສະໄໝສູງສຸດ 12 ສະໄໝ ຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກແຂງຮອບດ້ານ ໄດ້ 39,47%, ແຂງ
ດ້ານໃດດ້ານໜຶ່ງ ໄດ້ 35,38%, ກາງ ໄດ້ 15,64% , ນອກຈາກນັ້ນ ກໍໄດ້ເອົາໃຈໃສ່ກໍ່ສ້າງ ແລະ ບຳລຸງພະນັກງານໂດຍຕິດພັນກັບຂະບວນການຕົວ
ຈິງຢູ່ກົມກອງຮາກຖານສ້າງພະນັກງານທັງ 3 ຮຸ່ນໄປພ້ອມໆກັນ, ໃນນີ້ຕີລາຄາແບ່ງປະເພດພະນັກງານແຂງຮອບດ້ານ ໄດ້ 40,60% , ແຂງໄດ້ 28,18%,
ກາງໄດ້ 24,38% ດ້ານວຽກງານອົງການຈັດຕັ້ງມະຫາຊົນຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ລົງຊີ້ນຳຊຸກຍູ້ອົງການຈັດຕັ້ງມະຫາຊົນໃນທົ່ວ
ກົມກອງຢ່າງເປັນປົກກະຕິ ຈັດຕັ້ງສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ ຂອງພັກ ແລະ ຂອງກອງທັບຢ່າງມີບັນ
ຍາກາດຟົດຟື້ນ ປັດຈຸບັນທົ່ວກົມກອງມີສະມາຊິກຊາວໜຸ່ມ 1,067 ສະຫາຍ, ຍິງ 107 ສະຫາຍ ຕີລາຄາແບ່ງປະເພດຊາວໜຸ່ມນຳໜ້າ 4 ບຸກໄດ້ 206
ສະຫາຍ ເທົ່າກັບ 19,64 %, ຊາວໜຸ່ມແຂງ 391 ສະຫາຍ ເທົ່າກັບ 37,78% , ກາງ 442 ສະຫາຍ ເທົ່າກັບ 42,25%, ວຽກງານອົບຮົມ-ຫັດແອບ
ຍຸດທະວິທີ 152 ວັນ ຈຳນວນພົນເຂົ້າຮ່ວມ 34.105 ເທື່ອຄົນ, ອົບຮົມສິລະປະ ຍຸດ 148 ວັນ ບັນລຸຜົນຕາມແຜນການ-ຄາດໝາຍຂອງການອົບຮົມ
ຫັດແອບປະຈຳປີ 100%; ດ້ານວຽກງານຮັບປະກັນພະລາທິການປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນໜຶ່ງປີຜ່ານມາກົມກອງ
ສາມາດປູກພືດຜັກ ແລະ ເກັບກູ້ໄດ້ທັງໝົດ 252.623 ກິໂລ ເທົ່າກັບ 658.081.000 ກີບ; ມີໜອງປາ 23 ໜອງລ້ຽງງົວ 98 ໂຕ, ແບ້ 103 ໂຕ, ປະ
ເພດສັດປີກ 27.769 ໂຕ ສະໜອງຊີ້ນເຂົ້າເຮືອນຄົວລວມໄດ້ 428.119 ກິໂລ ລວມລາຍຮັບຈາກການລ້ຽງສັດທົ່ວກົມກອງ ໄດ້ 739.114.000 ກີບ
ແຜນການຄາດໝາຍສູ້ຊົນຕໍ່ໜ້າແມ່ນຈະໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ມະຕິຂອງອົງ ຄະນະພັກກະຊວງປ້ອງກັນ
ປະເທດວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກອງພັນໃຫຍ່ ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃນທຸກດ້ານ
ສຸມໃສ່ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານເຊີດຊູນ້ຳໃຈກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ, ຮັບປະກັນຄຸ້ມຄອງພາຫະນະ-ເຕັກນິກໃຫ້ນຳໃຊ້ໄດ້ຍາວນານ ຈັດຕັ້ງເຊື່ອມຊຶມເອກະສານຕ່າງໆເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ
ໃຫ້ພະນັກງານ-ນັກຮົບໃນທົ່ວກົມກອງຢ່າງເປັນປົກກະຕິ.

     ໃນໂອກາດດັ່ງກ່າວ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ກອງພັນໃຫຍ່ 11 ຍາດມາໄດ້ໃນຊຸມປີຜ່ານ
ມາ ແລະ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ
ຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງລະບຽບແບບແຜນໃຫ້ມີຄວາມເຂັ້ມງວດ, ຫັນເອົາກຳລັງລົງກໍ່ສ້າງຮາກຖານສົມທົບກັບປະຊາ ຊົນອ້ອມຂ້າງສ້າງໄດ້
ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃນຮອບດ້ານເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ
ຄົບຮອບ 70 ປີ ທີ່ຈະມາເຖິງດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເລິກເຊິ່ງ.