ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເປີດຝຶກອົບຮົມວຽກງານ
ການເມືອງແນວຄິດ-ວຽກງານການທະຫານ ປະຈຳປີ 2018


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານພິທີເປີດຝຶກອົບຮົມວຽກງານການເມືອງແນວຄິດ-ວຽກງານການທະຫານ ປະຈຳປີ 2018

     ໃນຕອນເຊົ້າຂອງວັນທີ 19 ມີນາ 2018 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເປີດຝຶກອົບຮົມວຽກ
ງານການເມືອງແນວຄິດ-ວຽກງານການທະຫານ ປະຈຳປີ 2018 ( ແຕ່ວັນທີ 19-30/03/2018 ) ຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນ
ຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາກົມ, ພະແນກການ ພ້ອມດ້ວຍພະນັກງານ
ນັກຮົບພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

   ໃນພິທີ ພັນໂທ ອູເທບ ພົມມະເທບ ຮອງຫົວໜ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມ
ວສ-ປສ ການທະຫານ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການຮັບຜິດຊອບເນື້ອໃນ ແລະ ອະນຸກຳມະການຮັບຜິດຊອບວຽກງານຮັບປະກັນຊຸດ
ຝຶກອົບຮົມການເມືອງແນວຄິດ, ອະນຸກຳມະການ ແລະ ອາຈານສິດສອນບັ້ນຝຶກອົບຮົມການທະຫານ ເຊິ່ງເນື້ອໃນທີ່ນຳມາສຶກສາອົບຮົມການເມືອງແນວ
ຄິດ ມີທັງໝົດ 4 ບົດຄື: 1. ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ; 2. ວຽກງານແນວຄິດຂອງກອງທັບປະຊາຊົນລາວ; 3. ລັດທິ
ມາກ-ເລນິນ ແມ່ນພື້ນຖານແນວຄິດ ແລະ ທິດສະດີຂອງພັກເຮົາ; 4. ພັກນຳພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນເພື່ອປົດປ່ອຍປະເທດຊາດ.
ສຳລັບບັ້ນຝຶກອົບຮົມການທະຫານ ແມ່ນມີ 3 ບົດຄື: 1. ອົບຮົມລະບຽບວິຊາງົດງາມມີ: ຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະ, ຫັດແອບລະບຽບຮູບແຖວ
ມືເປົ່າຄົງທີ ແລະ ເຄື່ອນທີ່, ຫັດແອບການເຄົາລົບລາຍງານລະຫວ່າງຂັ້ນຕໍ່ຂັ້ນ, ຫັດແອບລະບຽບບຸກຄົນຂັ້ນໝູ່-ໜວດ; 2. ອົບຮົມຫັດແອບຝຶກຝົນຫຼໍ່
ຫຼອມກຳລັງແຮງກາຍມີ: ຫັດແອບກິລາກາຍະກຳຕິດພັນກັບໜ້າທີ່ກຽມພ້ອມສູ່ຮົບ ແລະ ເຄື່ອນໄຫວສູ້ຮົບ; 3. ອົບຮົມສິລະປະຍຸດ ( ຍິງປືນ AK ) ຂັ້ນ
ຊັ້ນ 1-ຮ້ອຍເອກ ມີ: ຮຽນພາກທິດສະດີການຍິງປືນ, ພາກມ້າງ-ປະກອບປືນ, ໄປຍິງປືນ ງໍ 199. ແນ່ໃສ່ປັບປຸງລະບຽບແບບແຜນໃຫ້ບັນດາພະນັກງານ
ນັກຮົບໃນກົມກອງໃຫ້ມີຄວາມຮັບຮູ້ເປັນເອກະພາບຈັດຕັ້ງປະຕິບັດລະບຽບວິໃນຮ່ຳຮຽນການທະຫານ ແລະ ຂໍ້ກຳນົດຕ່າງໆຂອງກອງທັບວາງອອກ.


ພັນເອກ ສຸລິວັນ ແສງຈັນ ຂຶ້ນຜ່ານບົດວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ


ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍ່ໄດ້ໂອ້ລົມຕໍ່ພິທີເປີດຝຶກອົບຮົມວຽກງານການເມືອງແນວຄິດ-ວຽກງານການທະຫານ ປະຈຳປີ 2018

     ໂອກາດນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍ່ໄດ້ໂອ້ລົມຕໍ່ພິທີກ່ຽວກັບການຝຶກອົບຮົມໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ສະມາຊິກ
ພັກ ແລະ ນັກຮົບທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ, ພ້ອມກັນຈັດຕັ້ງປະຕິບັດແຜນການອົບຮົມຫັດແອບ, ປະຕິບັດໃຫ້ເຂັ້ມ
ງວດ, ເອົາໃຈໃສ່ຊ່ວຍເຫຼືອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ການອົບຮົມຫັດແອບໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແລະ ມີຄຸນ
ນະພາບສູງທີ່ສຸດ. ການອົບຮົມຄັ້ງນີ້ມັນຈະເປັນການປັບປຸງກໍ່ສ້າງກົມກອງພວກເຮົາໃຫ້ກາຍເປັນກົມກອງທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ( ກອງແຂງ
ໜ່ວຍພັກຮູ້ນຳພາຮອບດ້ານ ) ຕາມທິດຊີ້ນຳຂອງສູນກາງພັກ ແລະ ຄະນະພັກກະຊວງປ້ອງກັນປະເທດ ແລະ ທ່ານປະທານກໍ່ໄດ້ກ່າວເປີດບັ້ນຝຶກອົບຮົມ
ການເມືອງ-ການທະຫານ ປະຈຳປີ 2018 ຢ່າງເປັນທາງການ.


ພາບລວມໃນພາຍໃນກອງປະຊຸມ