ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບປະເມີນຜົນວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບກອງທັບ
ສຳລັບກົມກອງອ້ອມຂ້າງນະຄອນຫຼວງວຽງຈັນ

     ກອງປະຊຸມສະຫຼຸບປະເມີນຜົນວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບສໍາລັບກົມກອງອ້ອມຂ້າງນະຄອນຫຼວງວຽງຈັນ ປະຈໍາ
ປີ 2017 ໄດ້ເປີດຂຶ້ນ ແລະ ປິດລົງໃນວັນທີ 15 ມີນາ 2018 ນີ້, ທີ່ສະໂມສອນສະຖາບັນກັນພະຍາດກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດ
ຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກກົມໃຫຍ່ພະລາທິການກອງທັບ, ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບ, ມີ ພັນໂທ ດຣ
ພຶດສະພາ ສົນທິລາດ ຫົວໜ້າພະແນກກັນພະຍາດກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ພັນໂທ ດຣ ໂພສະເດັດ ເສນາມົນຕີ ຫົວໜ້າການທະຫານ
ສະຖາບັນກັນພະຍາດກອງທັບ, ມີບັນດາຜູ້ແທນກອງປະຊຸມຈາກສະຖາບັນກັນພະຍາດກອງທັບ ແລະ ພະນັກງານທີ່ກ່ຽວຂ້ອງທີ່ມາຈາກບັນດາກົມກອງ, ວິ
ທະຍາຄານ, ໂຮງຮຽນ, ໂຮງໝໍໃນຂອບເຂດອ້ອມຂ້າງນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ບໍລິຄໍາໄຊເຂົ້າຮ່ວມ.


ພົນຈັດຕະວາ ດຣ ບົວສິງ ອິນທະວົງ ເປັນປະທານກອງປະຊຸມສະຫຼຸບປະເມີນຜົນວຽກງານອະນາໄມ
ແລະ ສົ່ງເສີມສຸຂະພາບກອງທັບສຳລັບກົມກອງອ້ອມຂ້າງນະຄອນຫຼວງວຽງຈັນ

     ພັນໂທ ດຣ ໂພສະເດັດ ເສນາມົນຕີ ຫົວໜ້າການທະຫານສະຖາບັນກັນພະຍາດກອງທັບ ໄດ້ຂຶ້ນສະຫຼຸບຕີລາຄາຄືນເຖິງໝາກຜົນຂອງການຈັດຕັ້ງປະ
ຕິບັດກ່ຽວກັບວຽກງານປິ່ນອ້ອມ ວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບທົ່ວກອງທັບເວົ້າລວມ, ເວົ້າສະເພາະແມ່ນບັນດາກົມກອງ, ວິທະ
ຍາຄານ, ໂຮງຮຽນ, ໂຮງໝໍໃນເຂດອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ບາງກົມກອງທີ່ຕັ້ງທັບຢູ່ແຂວງວຽງຈັນ, ແຂວງບໍລິຄໍາໄຊໃນໄລຍະຜ່ານມາ ເຊິ່ງ
ມີຫຼາຍດ້ານໄດ້ຮັບຜົນສໍາເລັດ, ມີໝາກຜົນສູງ ແລະ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກທ້າທາຍຕ່າງໆໃນການປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ,
ຍົກໃຫ້ເຫັນສະພາບລວມຂອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ວິທີການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄື: ການເຝົ້າ
ລະວັງພະຍາດ, ວຽກງານອະນາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ, ວຽກງານວິໄຈອາຫານ ແລະ ຢາ, ວຽກງານຈຸລິນຊີວິທະຍາ, ວຽກງານສົ່ງເສີມສຸ
ຂະພາບແມ່ ແລະ ເດັກ, ວຽກງານໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້, ຈາກນັ້ນ, ບັນດານັກວິຊາການຈາກສະຖາບັນກັນພະຍາດກອງທັບ ຍັງໄດ້ຜັດປ່ຽນ
ກັນຂຶ້ນສະເໜີ ກ່ຽວກັບວຽກງານການເຝົ້າລະວັງ, ດ້ານລະບາດວິທະຍາ, ການລາຍງານສະພາບພະຍາດ, ການສືບສວນສອບສວນ, ການຕອບໂຕ້ຕໍ່ການ
ລະບາດຂອງພະຍາດ ແລະ ສະພາບການລະບາດຂອງພະຍາດຕ່າງໆຢູ່ບາງກົມກອງ ໃນໄລຍະຜ່ານມາ, ຊີ້ນໍາບາງບົດຮຽນໃນການປ້ອງກັນພະຍາດດ້ວຍຫຼາຍ
ຊ່ອງທາງທີ່ເໝາະສົມເພື່ອເຮັດໃຫ້ສຸຂະພາບຂອງບັນດານາຍ ແລະ ພົນທະຫານແຂງແຮງ ກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ, ຈາກນັ້ນ
ບັນດາຜູ້ແທນຍັງໄດ້ຜັດປ່ຽນກັນສະເໜີ, ປະກອບຄໍາຄິດເຫັນຢ່າງກວ້າງຂວາງ ແລະ ເພື່ອເຮັດສໍາເລັດໜ້າທີ່ວິຊາສະເພາະ ກອງປະຊຸມຍັງໄດ້ວາງທິດທາງ
ແຜນການວຽກງານໃນຊຸມປີຕໍ່ໜ້າອີກດ້ວຍ.

     ທ່ານ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສໍາເລັດຕ່າງໆທີ່ສະຖາບັນກັນພະຍາດ ແລະ ພະນັກງານ
ເສນາຮັກບັນດາກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຕ້ອງຍົກສູງທາງດ້ານການເມືອງ-ແນວຄິດໃຫ້ໜັກ
ແໜ້ນ, ສາມັກຄີກັນປັບ ປຸງກໍ່ສ້າງກົມກອງໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ, ເອົາໃຈໃສ່ຍົກລະດັບຄວາມຮູ້-ຄວາມສາມາດ, ຄວາມຊໍານິຊຳນານ
ທາງດ້ານວຽກງານວິຊາສະເພາະວຽກງານກັນພະຍາດ ພ້ອມກັນນໍາເອົາບັນດາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ໃນກົມ
ກອງ ແລະ ຂອບເຂດຮັບຜິດຊອບຂອງຕົນໃຫ້ເກີດດອກອອກຜົນຕົວຈິງ.