ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ
ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ


ພົນຕີ ທອງລອຍ ສິລິວົງ ຢ້ຽມຢາມສສຫວຽດນາມຢ່າງເປັນທາງການ

     ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ພົນເອກ ເລືອງ ເກື່ອງ ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບປະຊາຊົນຫວຽດນາມ, ຄະນະຜູ້ແທນການເມືອງຂັ້ນສູງ, ກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18-22 ມີ
ນານີ້.

     ໃນຕອນເຊົ້າວັນທີ 19 ມີນາ, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນທີ່ສຳນັກງານກະຊວງປ້ອງກັນປະເທດນະຄອນຫຼວງຮ່າໂນ້ຍ ໂດຍໃຫ້ການຕ້ອນຮັບຢ່າງສົມ
ກຽດ ແລະ ອົບອຸ່ນຈາກສະຫາຍ ພົນເອກ ເລືອງ ເກື່ອງ.

     ພາຍຫຼັງພິທີຕ້ອນຮັບທາງການສຳເລັດແລ້ວ, ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນຕີ ທອງລອຍ ສິລິວົງ ແລະ ຄະນະຜູ້ແທນ
ການເມືອງຂັ້ນສູງ, ກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພົນເອກ ເລືອງ ເກື່ອງ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ໃນໂອກາດນີ້ ສະຫາຍ ພົນຕີ ທອງ
ລອຍ ສິລິວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຈາກເພື່ອນສະຫາຍຫວຽດນາມ, ພ້ອມທັງຢືນຢັນຢ່າງໜັກແໜ້ນເຖິງສາຍພົວ
ພັນຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງສອງຝ່າຍ ເຊິ່ງແມ່ນການຮ່ວມມືທີ່ສຳຄັນທີ່ການນຳກະຊວງປ້ອງກັນປະເທດ ກໍຄືການນຳພັກ-ລັດສອງປະເທດສະໜັບ
ສະໜູນ ເຊື່ອໝັ້ນວ່າການຮ່ວມມືສອງຝ່າຍລະຫວ່າງສອງກອງທັບລາວ ແລະ ຫວຽດນາມນັບມື້ຍິ່ງສວຍງາມ ແລະ ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມເຊື່ອໝັ້ນ
ເຊິ່ງກັນ ແລະ ກັນ ໃນພາລະກິດການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນປົກປັກ
ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງສອງປະເທດ ແລະ ເສີມສ້າງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນ
ໂລກ.

     ສະຫາຍ ພົນຕີ ທອງລອຍ ສິລິວົງ ແລະ ສະຫາຍ ພົນເອກ ເລືອງ ເກື່ອງ ໄດ້ເຫັນດີເປັນເອກະພາບໃນການຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງ 2 ກົມ
ໃຫຍ່ການເມືອງກອງທັບປະຊາຊົນລາວ ກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໃນໄລຍະຜ່ານມາ ເຊິ່ງໄດ້ຮັບການປະຕິບັດຢ່າງຮອບດ້ານ, ເລິກເຊິ່ງ, ຕົວ
ຈິງ ແລະ ມີໝາກຜົນສູງ, ເປັນຕົ້ນແມ່ນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຂ່າວສານ, ໂຄສະນາ, ສຶກສາອົບຮົມມູນເຊື້ອ, ເຝິກອົບຮົມກໍ່ສ້າງພະນັກງານ,
ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລກປ່ຽນທາງດ້ານວັດທະນະທຳ, ສິລະປະ-ວັນນະຄະດີ, ຊອກຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ
ນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນມາຕຸພູມ.

     ສຳລັບທິດທາງການພົວພັນຮ່ວມມືກັນໃນຕໍ່ໜ້ານີ້, ສະຫາຍ ພົນຕີ ທອງລອຍ ສິລິວົງ ແລະ ສະຫາຍ ພົນເອກ ເລືອງ ເກື່ອງ ໄດ້ເປັນເອກະພາບກັນວ່າ: ສອງຝ່າຍຄວນ
ເພີ່ມທະວີຕື່ມອີກກ່ຽວກັບການຮ່ວມມືກັນກໍ່ ສ້າງພະນັກງານຢູ່ບັນດາວິທະຍາຄານ, ໂຮງຮຽນກອງທັບປະຊາຊົນຫວຽດນາມ, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ
ໃນຂົງເຂດວຽກງານໂຄສະນາກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ປະຊາ
ຊົນ ແລະ ກອງທັບສອງປະເທດໃຫ້ແຂງແຮງ, ຍູ້ແຮງການດຳເນີນເປັນການຊອກຄົ້ນທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຢູ່ລາວ
ໃນປາງສົງຄາມກັບຄືນປະເທດ, ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນວັດທະນະທຳ, ກີລາ, ແລກປ່ຽນຄະນະຜູ້ແທນນາຍທະຫານໜຸ່ມ, ຈັດຕັ້ງແຮກສ່ຽວ
ລະຫວ່າງບັນດາກົມກອງທະຫານດ້ວຍກັນ ແລະ ອື່ນໆ.