ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື

     ໃນວັນທີ 18 ມີນາ 2019 ນີ້, ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງແຕ່ເມືອງສະໜາມໄຊ-ປາກເຊປຽນແຂວງ
ອັດຕະປືຂຶ້ນ ຢູ່ສະໂມສອນຂອງກົມໃຫຍ່ເສນາທິການກອງທັບ ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າກົມ, ຫ້ອງການ ແລະບັນດາກະຊວງທີ່ກ່ຽວຂ້ອງ, ກອງບັນຊາການທະຫານແຂວງ, ອຳນາດ
ການປົກຄອງແຂວງ, ພະແນກການພາຍໃນແຂວງ ຕະຫຼອດຮອດພະນັກງານວິຊາການພາຍໃນກົມຊ່າງແສງເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງແຕ່ເມືອງສະໜາມໄຊ - ປາກເຊປຽນ ແຂວງອັດຕະປ

     ສະຫາຍ ພັນໂທ ສຸກສະຫວັດ ດາລາສຸກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງ
ຕັ້ງຄະນະກຳມະການເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ, ແຕ່ເມືອງສະໝານໄຊ-ປາກເຊປຽນ ຊ່ວງທາງທີ 1 ແລະຊ່ວງທາງທີ 2 ແຂວງອັດຕະປື, ອີງຕາມໜັງ
ສືແຈ້ງການຂອງກະຊວງແຜນການ ແລະ ການລົງທຶນເລື່ອງອະນຸມັດແຜນການລົງທຶນຂອງລັດປະຈຳປີ 2019 ໃຫ້ແກ່ກະຊວງປ້ອງກັນປະເທດ, ສະບັບເລກທີ 0241/ກຜທ,
ລົງວັນທີ 28/1/2019, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ໃຫ້ແກ່ຫົວໜ່ວຍຮັບເໜົາ, ສະບັບເລກທີ
658/ກປທ, ລົງວັນທີ 27/2/2019 ແລະສະບັບເລກທີ 659/ກປທ, ລົງວັນທີ 27/2/2019, ອີງຕາມແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ, ສະບັບເລກ
ທີ 941/ຫສນຍ, ລົງວັນທີ 8/2/2019, ຈາກນັ້ນ ສະຫາຍ ພັນໂທ ບົວພາ ໄມພອນ ຫົວໜ້າພະແນກຂົວ-ທາງກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານ
ສັນຍາຮັບເໝົາກໍ່ສ້າງໂຄງການກໍ່ສ້າງເສັ້ນທາງແຕ່ເມືອງສະໝາມໄຊ - ປາກເຊປຽນ ແຂວງອັດຕະປື ໄລຍະທີ 1 ການກໍ່ສ້າງເສັ້ນທາງຊ່ວງທີ 1 ເລີ່ມແຕ່ ກມ: 0+000 ຫາ
ກມ: 33+500, ລະຫວ່າງກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດເຈົ້າຂອງໂຄງການ ກັບບໍລິສັດ ສີສະເກດ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈຳກັດ
ຜູ້ດຽວ ແລະບໍລິສັດບຸບຜາ ພັດທະນາກໍ່ສ້າງເຄຫາສະຖານຂົວ-ທາງ ແລະສຳຫຼວດອອກແບບຈຳກັດຜູ້ດຽວ, ມີລວງຍາວ 50,5 ກິໂລແມັດ, ເຊິ່ງໄດ້ແບ່ງອອກເປັນ 2 ຊ່ວງ
ດັ່ງນີ້: ຊ່ວງທີ 1: ມີມູນຄ່າ 153 ຕື້ກວ່າກີບ, ເລີ່ມແຕ່ ກມ 0+000 ຫາ ກມ 33+500 ໂດຍແມ່ນບໍລິສັດ ສີສະເກດ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈຳກັດຜູ້ດຽວ
ເປັນຜູ້ຮັບເໝົາກໍ່ສ້າງ, ຊ່ວງທີ 2: ມີມູນຄ່າ 76 ຕື້ກວ່າກີບ, ເລີ່ມແຕ່ ກມ 33+500 ຫາ ກມ 50+500, ລວມມູນຄ່າການກໍ່ສ້າງທັງໝົດ 230 ຕື້ກວ່າກີບ, ໂດຍແມ່ນບໍ
ລິສັດບຸບຜາພັດທະນາກໍ່ສ້າງເຄຫາສະຖານຂົວ-ທາງ ແລະສຳຫຼວດອອກແບບຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ເສັ້ນທາງດັ່ງກ່າວມີລວງກວ້າງໜ້າທາງ 6,00 ແມັດ, ປູ
ຢາງ 2 ຊັ້ນ (ຊັ້ນທີ 1 ປູຢາງກວ້າງ: 6,00 ແມັດ, ຊັ້ນ 2 ປູຢາງກວ້າງ 5,00 ແມັດ) ລວມທັງລະບົບລະບາຍນ້ຳລອດທາງ, ຕາມມາດຕະຖານເຕັກນິກ ແລະລາຄາຫົວໜ່ວຍ
ຂອງກະຊວງໂຍທາທິການ ແລະຂົນສົ່ງ, ໂຄງການກໍ່ສ້າງເສັ້ນທາງ ດັ່ງກ່າວແມ່ນກຳນົດເວລາ 4 ປີ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຈາກນັ້ນກໍໄດ້ພ້ອມກັນລົງນາມໃນ
ສັນຍາ ໂດຍຕາງໜ້າໃຫ້ເຈົ້າຂອງໂຄງການໂດຍແມ່ນ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຫົວ
ໜ້າອຳນວຍການຂອງ 2 ບໍລິສັດດັ່ງກ່າວ.