ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຫວນຄືນປະຫວັດມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປປ ລາວ ຄົບຮອບ 62 ປີ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງຮັບຟັງການປາຖະກະຖາຫວນຄືນເຖິງປະຫວັດມູນເຊື້ອຂອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ
ປະຕິວັດລາວ ຄົບຮອບ 62 ປີ (14 ເມສາ 1955-14 ເມສາ 2017 ) ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປະລິນຍາ
ເອກ ຄຳຜາຍ ສະພັງເໜືອ ຄະນະພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີຄະນະພັກ-ຄະນະບັນຊາຫ້ອງການ, ຄະນະວິຊາຄູ, ພະນັກ
ງານຄູ-ອາຈານ, ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວ ວປກ ເຂົ້າຮ່ວມ.


ພັນເອກ ປະລິນຍາເອກ ຄຳຜາຍ ສະພັງເໜືອ ເປັນປະທານປາຖະກະຖາຫວນຄືນປະຫວັດມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 62 ປ

     ປະທານກອງປະຊຸມໄດ້ໃຫ້ການຫວນຄືນເຖິງປະຫວັດມູນເຊື້ອຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້-ເຊື່ອມຊຶມເຖິງປະຫວັດ
ມູນເຊື້ອຄວາມເປັນມາ ແຫ່ງການເຕີມໃຫຍ່ເຂັ້ມແຂງໃນຕະຫຼອດໄລຍະ 62 ປີທີ່ຜ່ານມາ. ໂດຍຜ່ານຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວ
ນານ ແລະລະອິດລະອ້ຽວ ເຮັດໃຫ້ກຳລັງຊາວໜຸ່ມປະຊາຊົນ ປະຕິວັດລາວ ກາຍເປັນກອງກຳລັງປະຕິວັດທີ່ມີຫຼາຍກົມກອງເຫຼົ່າຮົບ, ໄດ້ຮ່ວມມືກັບປະຊາຊົນ
ລາວບັນດາເຜົ່າຜູ້ທີ່ຮັກຊາດເຂົ້າຮ່ວມສູ້ຮົບຢ່າງພິລະອາດຫານ ແລະຍາດໄດ້ໄຊຊະນະອັນໃຫຍ່ຫຼວງເລື້ອຍໆມາ. ນອກຈາກການສູ້ຮົບແລ້ວຊາວໜຸ່ມປະຊາ
ຊົນ ປະຕິວັດລາວ ຂອງພວກເຮົາຍັງໄດ້ເອົາໃຈໃສ່ເພີ່ມພູນຜະລິດຜົນ-ແກ້ໄຂຊີວິດການເປັນຢູ່ພາຍໃຕ້ການຊີ້ນຳ-ນຳພາອັນເດັດຂາດ, ໂດຍກົງ ແລະຮອບ
ດ້ານຂອງພັກປະຊາຊົນປະຕິວັດລາວພາຍໃຕ້ຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນອກຈາກນີ້ຊາວໜຸ່ມປະຊາຊົນ
ປະຕິວັດລາວ, ຍັງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຫຼາຍໆໄຊຊະນະລວມຂອງພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດຂອງປະເທດຊາດ, ເພື່ອອິດສະ
ຫຼະພາບ ແລະເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໄດ້ເຮັັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະປະຊາຊົນມອບໝາຍໃຫ້ສາມາດ
ຕີເອົາໄຊຊະນະກັບສັດຕູທີ່ເຂົ້າມາຮຸກຮານ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະໄດ້ສະຖາປະນາເປັນ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງ
ສະຫງ່າຜ່າເຜີຍພ້ອມກັບກອງທັບປະຊາຊົນລາວຂອງພວກເຮົາຕະຫຼອດມາ.